spot_img
Homeຂ່າວພາຍ​ໃນລັດແຈ້ງໃຫ້ໂຈະເຄື່ອນໄຫວກິດຈະກຳການບິນ

ລັດແຈ້ງໃຫ້ໂຈະເຄື່ອນໄຫວກິດຈະກຳການບິນ

Published on

ນັບແຕ່ນີ້ຮອດກາງເດືອນໜ້າລັດຖະບານໄດ້ແຈ້ງໃຫ້ບຸກຄົນ ແລະນິຕິບຸກຄົນຢຸດຕິຢ່າງຊິ້ນເຊີງການເຄື່ອນໄຫວກິດຈະການການບິນ (ເຮືອບິນໄລຍະ ໄກບັງຄັບດ້ວຍຣີໂໝດ) ໃນຂອບເຂດ ນະຄອນຫຼວງວຽງຈັນ ແລະແຂວງຫຼວງພະບາງ ທັງນີ້ກໍເພື່ອເປັນການຍົກລະດັບມາດຕະການຮັກສາຄວາມປອດໄພຂຶ້ນສູ່ລະດັບສູງ ໃນໄລຍະເປັນເຈົ້າພາບຈັດ ກອງປະຊຸມສອດອາຊຽນໃນຕໍ່ໜ້ານີ້.

ວັນທີ 19 ສິງຫາ 2016 ຫ້ອງການ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ອອກແຈ້ງການສະບັບເລກທີ 01027/ຍທຂ.ຫກ ລະບຸວ່າ: ເພື່ອເປັນການຍົກລະດັບມາດຕະຖານການຮັກສາຄວາມ ປອດໄພການບິນຂຶ້ນສູ່ລະດັບສູງສຸດໃຫ້ແກ່ປະມຸກລັດ ແລະຜູ້ນຳປະເທດຕ່າງໆ ທີ່ເດີນທາງມາຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະກອງປະຊຸມສຸດຍອດອື່ນໆທີ່ ສ.ປ.ປ.ລາວ ໄດ້ ຮັບກຽດເປັນເຈົ້າພາບຢູ່ນະຄອນຫຼວງວຽງຈັນ ໃນຕົ້ນເດືອນກັນຍາ 2016 ນີ້ນັບແຕ່ວັນທີ 20 ສິງຫາ-15 ກັນຍາ ແມ່ນໃຫ້ສະໂມສອນເຮືອບິນແຫ່ງຊາດ, ບັນດາບຸກຄົນ ແລະນິຕິບຸກຄົນ ທັງຄົນລາວ  ແລະຕ່າງປະເທດ ທີ່ເປັນນັກກິລາປະເພດການບິນພາຣາໂມເຕີ້ ແລະກິລາເຮືອບິນບັງຄັບໄລຍະໄກ ດ້ວຍຣີ ໂໝດທຸກຊະນິດ, ທຸກປະເພດທີ່ມີໃບອະນຸຍາດ ແລະບໍ່ມີໃບອະນຸຍາດ ໃຫ້ຢຸດຕິທຸກໆການເຄື່ອນໄຫວການບິນຢ່າງຊິ້ນເຊີງ ແລະເດັດຂາດໃນຊ່ວງກະກຽມ ແລະດຳເນີນກອງປະຊຸມ.

ໂດຍການແຈ້ງການຫ້າມດັ່ງກ່າວ ແມ່ນສະເພາະໃນຂອບເຂດນະຄອນຫຼວງວຽງຈັນ ແລະແຂວງຫຼວງພະບາງເທົ່ານັ້ນ ໃນກໍລະນີຫາກມີການລະເມີດ ແມ່ນເຈົ້າໜ້າທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ແລະປ້ອງກັນຄວາມສະຫງົບຈະປະຕິບັດມາດຕະການເດັດຂາດຕາມພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນ, ສະນັ້ນ ທຸກຄວາມເສຍຫາຍທີ່ອາດເກີດຂຶ້ນຕໍ່ການຝ່າຝືນ ແລະນຳໃຊ້ມາດຕະການດັ່ງກ່າວແມ່ນບຸກຄົນ ຫຼືນິຕິບຸກຄົນທີ່ເປັນເຈົ້າຂອງເຮືອບິນ ເຫຼົ່ານັ້ນຕ້ອງຮັບຜິດຊອບທັງໝົດຕາມກົດໝາຍແຕ່ພຽງຜູ້ດຽວ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...