spot_img
Homeຂ່າວທ້ອງຖິ່ນລັດຖະບານ ສປ ຈີນ ມອບວັກຊີນປ້ອງກັນໂຄວິດ-19 ໃຫ້ລາວອີກ 300.000 ໂດສ

ລັດຖະບານ ສປ ຈີນ ມອບວັກຊີນປ້ອງກັນໂຄວິດ-19 ໃຫ້ລາວອີກ 300.000 ໂດສ

Published on

ອີງຕາມການລາຍງານຈາກສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ ໃນເວລາ 17:17 ໂມງ ຂອງວັນທີ 26 ເມສາ 2021 ວັກຊີນປ້ອງກັນພະຍາດໂຄວິດ-19 ຊະນິດ ຊີໂນຟາມ( Sinopharm Vaccines) ຈຳນວນ 300.000 ໂດສ ພ້ອມເຊີແລັງ 300.800 ອັນ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.

ລັດຖະບານ ແຫ່ງ ສປ ຈີນ ໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ຊະນິດ ຊີໂນຟາມ( Sinopharm Vaccines) ຈຳນວນ 300.000 ໂດສ ພ້ອມເຊີແລັງ 300.800 ອັນ ເຊິ່ງເປັນການຊ່ວຍເຫຼືອລ້າ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳມາສັກໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງສູງໃຫ້ທົ່ວເຖິງ ແນໃສ່ເພື່ອປ້ອງກັນການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ.

ຜ່ານມາລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຈຳນວນຫຼາຍ, ຕາມຂໍ້ມູນຈາກວິທະຍຸ CRI ໃຫ້ຮູ້ວ່າ: ວັກຊີນປ້ອງກັນໂຄວິດ-19 ທີ່ໄດ້ຮັບການຊວ່ຍເຫຼືອລ້າຈາກ ສປ ຈີນ ຮອບທຳອິດລວມມີ 300.000 ໂດສ ໄດ້ຖືກມອບ-ຮັບເມື່ອຕົ້ນເດືອນກຸມພາ ແລະ ຮອບສອງຈຳນວນ 800.000 ໂດສ ໄດ້ຈັດພິທີມອບ-ຮັບເມື່ອທ້າຍເດືອນມີນາຂອງປີນີ້, ເຊິ່ງລວມການຊວ່ຍເຫຼືອທັງ 3 ຄັ້ງນີ້ ສປປ ລາວ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຈາກ ສປ ຈີນ ແລ້ວລວມເປັນ 1.400.000 ໂດສ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...