spot_img
Homeຂ່າວຕ່າງປະເທດລັດຖະບານໄທຈະຂໍໃຫ້ລາວ ຊ່ວຍຈັບ "ໂກຕີ໋" ສົ່ງໃຫ້ຕົນ

ລັດຖະບານໄທຈະຂໍໃຫ້ລາວ ຊ່ວຍຈັບ “ໂກຕີ໋” ສົ່ງໃຫ້ຕົນ

Published on

ອີງຕາມການລາຍງານຂ່າວຂອງຫຼາຍສຳນັກໃນປະເທດໄທບອກວ່າ ມື້ວານນີ້, ວັນທີ 20 ມີນາ 2017 ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນປະເທດຂອງໄທ ຢືນຢັນວ່າຈະປະສານມາຍັງທາງການປະເທດລາວໃຫ້ຈັບໂຕ ໂກຕີ໋ ແກນນຳກຸ່ມການເມືອງຮາດຄໍໃນປະເທດໄທ ທີ່ຝ່າຍໄທຂ້ອນຂ້າງແນ່ໃຈວ່າຜູ້ກ່ຽວກຳລັງລີ້ໄພຢູ່ໃນ ສປປ ລາວ ສົ່ງໃຫ້ແກ່ທາງການໄທ.

ການຈະຂໍໃຫ້ລາວຊ່ວຍຈັບແລະສົ່ງໂຕ ໂກຕີ໋ ໃຫ້ໄທນັ້ນ ສືບເນື່ອງມາຈາກເມື່ອວັນທີ 18 ມີນາ 2017 ທີ່ຜ່ານມາ ເຈົ້າໜ້າທີ່ທະຫານແລະຕຳຫຼວດໄທ ໄດ້ບຸກເຂົ້າກວດຄົ້ນເຮືອນຫຼັງໜຶ່ງທີ່ເປັນຂອງ ໂກຕີ໋ ທີ່ຈັງຫວັດປະທຸມທານີ ໃກ້ນະຄອນຫຼວງບາງກອກ ປະເທດໄທ ແລະໄດ້ພົບເຫັນອາວຸດເສິກຈຳນວນຫຼວງຫຼາຍ.

ແນວໃດກໍຕາມ, ມາຮອດປັດຈຸບັນຍັງບໍ່ປາກົດຂ່າວວ່າ ທາງການລາວໄດ້ຮັບຈົດໝາຍຮ້ອງຂໍ ຈາກຝ່າຍປະເທດໄທໃນເລື່ອງດັ່ງກ່າວ ແລະກໍຍັງບໍ່ມີການຢືນຢັນຫຼືປະຕິເສດວ່າ ໂກຕີ໋ ລີ້ໄພຢູ່ໃນປະເທດລາວແທ້ຫຼືບໍ່ ຈາກຝ່າຍປະເທດລາວ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...