ລັດຖະບານຈະເລັ່ງກໍ່ສ້າງເສັ້ນທາງ ດອນໜູນ – ທ່າງ່ອນ ໃຫ້ສຳເລັດທ້າຍປີ 2016!

capture-20150619-142306

ວັນ​ທີ 18 ມິຖຸນາ 2015 ທີ່ສະພາ​ແຫ່ງ​ຊາດ ທ່ານ ​ດຣ. ບຸນຈັນ ສິນ​ທະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ໄດ້​ຕອບ​ຂໍ້​ຂ້ອງ​ໃຈ​ທີ່​ປະຊາ​ຊົນ ​ໄດ້​ໂທ​ເຂົ້າ​ມາ​ທາງ​ສາຍດ່ວນ​ສະພາ ​ໃນ​ກອງ​ປະຊຸມ​ສະໄໝສາມັນ​ເທື່ອ​ທີ 8 ຂອງ​ສະພາແຫ່ງ​ຊາດ​ຊຸດ​ທີ VII ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ແຕ່​ບ້ານດອນ​ໜູນໄປ​ຫາ​ທ່າ​ງ່ອນ ເມືອງໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ທີ່​ປະຊາຊົນ​ໄດ້​ຮັບ​ຜົນ​ກະທົບ​ຕໍ່​ບັນຫາ​ຂີ້ຝຸ່ນ​ວ່າ: ໂຄງການ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ ​ເປັນ​ໂຄງການ​ບຸລິມະ​ສິດ ແລະ ນອນ​ໃນ​ແຜນ​ພັດທະ​ນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VII ຂອງ​ລັດຖະບານ​ວາງອອກ ເປັນ​ທາງ​ຫຼວງ​ແຫ່ງ​ຊາດ ທີ່​ເຊື່ອມ​ຕໍ່ລະຫວ່າງແຂວງ​ຕໍ່ແຂວງ ໂດຍ​ຜ່ານ​ມາ ​ສະພາບເສັ້ນທາງ​ດັ່ງກ່າວ ເປັນ​ເສັ້ນທາງປູຢາງ​ໜ້າ​ທາງ​ແຄບ ບາງ​ຈຸດ​ເປ່ເພ ເປັນ​ຂຸມ ແຕກ​ແຫງ ອັນ​ໄດ້ເຮັດ​ໃຫ້ການ​ສັນຈອນ​ໄປ​ມາ​ພົບຄວາມ​ຫຍຸ້ງຍາກ ມັກ​ເກີດ​ອຸບັດຕິ​ເຫດ ເພື່ອ​ຍົກ​ລະດັບ​ເສັ້ນທາງດັ່ງກ່າວ​ ໃຫ້​ໄດ້​ມາດຕະຖານ​ຄົບຊຸດ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ທີ່ນຳ​ໃຊ້ ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ​ວຽງຈັນ ຈຶ່ງ​ໄດ້​ຄົ້ນຄວ້າ​ວາງ​ແຜນ​ສະເໜີ​ຂັ້ນ​ເທິງ​ພິຈາລະນາ​ ການ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ​ ທີ່​ມີ​ຄວາມຍາວ 12 ກິໂລແມັດ ກວ້າງ 25,5 ແມັດ ໜ້າ​ທາງ​ລົດ​ແລ່ນ 19 ແມັດ ປູ​ດ້ວຍ​ເບ​ຕົງ​ເສີມ​ເຫຼັກ ມີ​ຮ່ອງ​ລະບາຍ​ນ້ຳທາງ​ຄົນ​ຍ່າງ ດອນ​ກາງ​ທາງ ໄຟ​ເຍືອງ​ທາງ ລວມ​ມູນ​ຄ່າ 59,95 ລ້ານ​ໂດ​ລາສະຫະລັດ ຫຼື ປະມານ 480 ຕື້​ກີບ ມາ​ຮອດ​ປັດຈຸບັນ​ ສາມາດ​ປະຕິບັດ​ໄດ້ 32% ຂອງ​ແຜນການ ​ຖືວ່າ​ມີ​ຄວາມ​ຄືບ​ໜ້າ ປັດຈຸບັນ​ກຳລັງ​ສຸມ​ໃສ່ເທ​ເບ​ຕົງ​ໜ້າ​ທາງ ແລະ ຕາມ​ແຜນການ​ທີ່​ວາງ​ໄວ້ຄາດ​ວ່າ​ປີ 2016 ຈະ​ໃຫ້​ສຳເລັດ 100%.

ຕໍ່​ກັບ​ຫາງ​ສຽງ​ຂອງ​ສັງຄົມຈົ່ມ​ວ່າ​ ໃນ​ໄລຍະ​ກໍ່ສ້າງ​ເສັ້ນທາງມີ​ຂີ້ຝຸ່ນ​ຫຼາຍ ຜ່ານ​ມາ​ຜູ້​ຮັບ​ເໝົາກໍ່​ໄດ້​ຫົດ​ນ້ຳ ຖົມ​ຂຸມ​ໜ້າ​ທາງ​ເປັນປົກກະຕິ ແຕ່​ຍ້ອນ​ວ່າ​ເສັ້ນທາງດັ່ງກ່າວ ​ເປັນ​ເສັ້ນທາງ​ທີ່​ມີ​ການສັນຈອນ​ຢ່າງ​ຫຼວງຫຼາຍ ຈຶ່ງ​ເຮັດໃຫ້ການ​ຫົດ​ນ້ຳ​ບໍ່​ພຽງພໍ ເກີດ​ມີຂຸມ ແລະ ມີ​ຂີ້ຝຸ່ນ ເຊິ່ງ​ທາງ​ກະຊວງ​ ຈຶ່ງ​ໄດ້​ຊຸກຍູ້​ໃຫ້​ພະ​ແນກ ​ຍທຂ ນວ ໃນ​ນາມ​ເຈົ້າ​ຂອງ​ໂຄງການ ພະຍາຍາມ​ຊຸກຍູ້​ໃຫ້​ຜູ້​ຮັບເໝົາ​ ເອົາໃຈໃສ່​ເພີ່ມ​ທະວີ​ການຫົດ​ນ້ຳ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ພ້ອມ​ທັງ​ເພີ່ມ​ທະວີ​ກ່ຽວ​ກັບ​ປ້າຍສັນຍານ​ຕ່າງໆ ​ເພື່ອ​ຫຼີກ​ລ່ຽງ​ການເກີດ​ອຸບັດ​ຕິ​ເຫດ​ຕາມ​ມາ ແລະ ເມື່ອ​ໂຄງການ​ກໍ່ສ້າງ​ສຳເລັດ ກໍ່ຈະ​ເຮັດ​ໃຫ້ການ​ເດີນທາງ​ສະດວກ​ສະບາຍ​ຢ່າງ​ແນ່ນອນ ແຕ່ໄລຍະ​ທີ່​ກຳລັງ​ກໍ່ສ້າງ​ນີ້​ ປະຊາຊົນ​ທີ່​ຊົມໃຊ້​ເສັ້ນທາງ ແລະ ປະຊາ​ຊົນ​ທີ່​ອາໄສ​ຢູ່​ຕາມ​ສອງ​ຟາກ ທາງ​ນັ້ນ​ໃຫ້​ພະຍາຍາມ​ອົດທົນ ໃຫ້ການ​ຮ່ວມ​ມື ໃຫ້​ຄວາມ​ສະດວກ ແລະ ຖ້າ​ເປັນ​ໄປ​ໄດ້ ​ກໍ່​ໃຫ້ນຳ​ໃຊ້​ເສັ້ນທາງ​ອື່ນໆ​ກ່ອນ ທາງບໍ່​ທັນ​ສຳເລັດ​ໃຫ້​ມີ​ການ​ລະ​ມັດລະວັງ​ໃນ​ການ​ສັນຈອນ ຄ່ອຍ​ໄປ ຄ່ອຍ​ມາ​ແດ່ ເພື່ອ​ຄວາມ​ປອດ​ໄພໄວ້​ກ່ອນ.

 

ແຫລ່ງຂ່າວ: ວຽງຈັນໃໝ່