spot_img
Homeຂ່າວທ້ອງຖິ່ນລັກຊັບພົນລະເມືອງ 17 ຄັ້ງ ຈິ່ງຖືກເຈົ້າໜ້າທີ່ຈັບໄດ້

ລັກຊັບພົນລະເມືອງ 17 ຄັ້ງ ຈິ່ງຖືກເຈົ້າໜ້າທີ່ຈັບໄດ້

Published on

ທ້າວ ພຸດສະໝອນ ຫຼື ເປົາ ອາຍຸ 22 ປີ ອາຊີບກຳມະກອນ ສັນຊາດລາວ ເກີດທີ່ບ້ານແຮ່ ເມືອງປາກເຊ ປັດຈຸບັນຢູ່ບ້ານແກ້ງເກີງ ເມືອງປາກເຊ ແຂວງຈຳປາສັກ ຖືກເຈົ້າໜ້າທີ່ຈັບໄດ້ ໃນຂໍ້ຫາລັກຊັບພົນລະເມືອງ.
ທ່ານ ພັນໂທ ໄພຈິດ ໄຊຍະເດດ ຮອງຫ້ອງຕຳຫຼວດ ຜູ້ຊີ້ນຳວຽກງານສືບສວນສອບສວນ ປກສ ແຂວງຈຳປາສັກ ລາຍງານໃຫ້ຮູ້ວ່າ: ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບເບື້ອງຕົ້ນລັກມາແລ້ວ 17 ຄັ້ງ ສ້າງຜົນເສຍຫາຍຫຼາຍລ້ານກີບ. ເຊິ່ງຜູ້ກ່ຽວໄດ້ເຄື່ອນໄຫວລັກຊັບພົນລະເມືອງຢູ່ໃນເທດສະບານເມືອງປາກເຊ ໂດຍສະເພາະແມ່ນໃນໄລຍະເດືອນກັນຍາ 2016 ທີ່ຜ່ານມາ. ການລັກໃນແຕ່ລະຄັ້ງແມ່ນຈະເຄື່ອນໄຫວໃນເວລາກາງຄືນ,ຈົນມາຮອດວັນທີ 4 ຕຸລາ 2016 ຜູ້ກ່ຽວຈິ່ງຖືກເຈົ້າໜ້າທີ່ຈັບຕົວໄດ້.

%e0%bb%82%e0%ba%88%e0%ba%99
ຈາກຄຳສາລະພາບຂອງຜູ້ກ່ຽວໄດ້ລັກຊັບປະຊາຊົນມີຄື: ລັກປີນເຂົ້າບໍລິສັດນ້ຳປະປາປາກຊ່ອງ ຕັ້ງຢູ່ບ້ານສະໜາມໄຊ ເມືອງປາກເຊ ໄດ້ເງິນຈຳນວນ 1ລ້ານ 8ແສນກີບ,ລັກເຂົ້າຮ້ານຂາຍໂທລະສັບແອັດໄວ ບ້ານໂພນສະຫວັນ ໄດ້ເງິນຈຳນວນ 2ລ້ານ 7ແສນກີບ, ລັກເຂົ້າຮ້ານຂາຍຢາ ຢູ່ຕະຫຼາດໃໝ່ປາກເຊ ບ້ານໂພນສະຫວັນ ບໍ່ໄດ້ຫຍັງ, ລັກເຂົ້າຮ້ານ ຂາຍຢາ ບຸນທະວີ ຕະຫຼາດໃໝ່ປາກເຊ ບ້ານໂພນສະຫວັນ ໄດ້ເງິນ 3ລ້ານກີບ, ລັກເຂົ້າຮ້ານຂາຍເຄື່ອງກໍ່ສ້າງຕະຫຼາດໃໝ່ປາກເຊ ບ້ານໂພນສະຫວັນ ບໍ່ໄດ້ຫຍັງ, ລັກເຂົ້າຮ້ານຄລີນິກ ແມ່ຂອງ ຈຳນວນ 2ຄັ້ງ ຢູ່ຕະຫຼາດໃໝ່ປາກເຊ ບ້ານໂພນສະຫວັນ ບໍ່ໄດ້ຫຍັງ, ລັກເຂົ້າຮ້ານຂາຍເຄື່ອງອາໄຫຼ່ລົດຈັກຢູ່ຕະຫຼາດໃໝ່ປາກເຊ ບ້ານໂພນສະຫວັນ ໄດ້ເງິນ 9ລ້ານກີບ, ລັກເຂົ້າຮ້ານຂາຍເຄື່ອງອາໄຫຼ່(ຮ້ານຈີນ)ຢູ່ຕະຫຼາດໃໝ່ປາກເຊ ບ້ານໂພນສະຫວັນ ບໍ່ໄດ້ຫຍັງ, ລັກເຂົ້າຮ້ານຂາຍໂທລະສັບ ໜ້າໂຮມແຮມຈຳປາສັກພາເລດ ບ້ານໂພນໄຊ ບໍ່ໄດ້ຫຍັງ ແລະ ລັກເຂົ້າຮ້ານກາເຟ ມາລິສາ ບ້ານຫຼັກເມືອງ ບໍ່ໄດ້ຫຍັງ, ລັກຢູ່ບ້ານຮ່ອງຂະຍອມມີ 3ຫຼັງເຮືອນຄື: ລັກຢູ່ເຮືອນ ນາງ ໜູໃໝ່, ລັກຢູ່ຮ້ານເສີມສວຍຄົນຫວຽດ ແລະ ລັກຢູ່ເຮືອນ ທ້າວ ບຸນທະວີ ມີມູນຄ່າເສຍຫາຍຫຼາຍສິບລ້ານກີບ. ສ່ວນອີກ 3 ຄັ້ງທີ່ຍັງເຫຼືອ ແລະ ມູນຄ່າຄ່າເສຍຫາຍທີ່ແທ້ຈິງ ປັດຈຸບັນເຈົ້າໜ້າທີ່ຍັງສືບຕໍ່ຂະຫຍາຍຜົນຕື່ມອີກ.
ທ່ານ ພັນໂທ ໄພຈິດ ໄຊຍະເດດ ຍັງໄດ້ຝາກເຖິງພໍ່ແມ່ປະຊາຊົນຈົ່ງມີສະຕິລະວັງຕົວ ເປັນເຈົ້າການກວດກາ,ມ້ຽນມັດເຄື່ອງຂອງ ແລະ ເຮືອນຊານຂອງຕົນໃຫ້ເປັນປົກກະຕິ ເພື່ອຄວາມປອດໄພທາງດ້ານວັດຖຸ ແລະ ຊັບສິນຂອງທ່ານເອງ.

ຂ່າວ: ໜັງສືພິມ ຈຳປາໃໝ່

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...