spot_img
Homeຂ່າວຕ່າງປະເທດລະເບີດແຕກໃສ່ຮ້ານອາຫານ ຢູ່ແອັດສະປາຍ ບາດເຈັບກວ່າ 90 ຄົນ ຄາດອາດເປັນການກໍ່ການຮ້າຍ!

ລະເບີດແຕກໃສ່ຮ້ານອາຫານ ຢູ່ແອັດສະປາຍ ບາດເຈັບກວ່າ 90 ຄົນ ຄາດອາດເປັນການກໍ່ການຮ້າຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ຕຸລາຜ່ານມານີ້ວ່າ ເກີດເຫດລະເບີດແຕກທີ່ຮ້ານອາຫານ ລາ ໂບຮີເມຍ ໃນເມືອງເບເລດ ທາງພາກໃຕ້ຂອງປະເທດແອັດສະປາຍ ໃນຂະນະທີ່ຜູ້ຄົນຈຳນວນຫລວງຫລາຍ ກຳລັງສະເຫລີມສະຫລອງເທດສະການປະຈຳທ້ອງຖິ່ນ ສົ່ງຜົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບປະມານ 90 ຄົນ ຊຶ່ງໃນຈຳນວນນີ້ ອາການສາຫັດ 5 ຄົນ.

ໜ່ວຍກູ້ໄພໃນທ້ອງຖິ່ນໄດ້ລະບຸວ່າ ພາຍຫລັງເກີດເຫດ ໄດ້ຮັບການແຈ້ງເຫດຈາກປະຊາຊົນ ຈຳນວນຫລາຍສິບຄັ້ງ ຊຶ່ງຄາດວ່າອາດເປັນການກໍ່ການຮ້າຍ, ສ່ວນໜັງສືພິມທ້ອງຖິ່ນຂອງແອັດສະປາຍ ກໍໄດ້ລາຍງານວ່າ ກ່ອນເກີດເຫດດັ່ງກ່າວ ພະນັກງານຂອງຮ້ານອາຫານ ໄດ້ມີການແຈ້ງເຕືອນໄພໃຫ້ແກ່ແຂກ ບໍ່ດົນກ່ອນທີ່ຈະເກີດການລະເບີດ ເຮັດໃຫ້ບໍ່ສາມາດອົບພະຍົບຜູ້ຄົນ ໜີອອກຈາກຮ້ານໄດ້ທັນ.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...