spot_img
Homeຂ່າວທ້ອງຖິ່ນລະວັງ! ຊື້ກົບ-ຊື້ປາອາດໄດ້ກ້ອນຫີນເປັນຂອງແຖມ

ລະວັງ! ຊື້ກົບ-ຊື້ປາອາດໄດ້ກ້ອນຫີນເປັນຂອງແຖມ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຢູ່ຕາມຕະຫຼາດຫຼາຍແຫ່ງຍັງເປັນບັນຫາທີ່ແກ້ໄຂບໍ່ຕົກ ໂດຍສະເພາະເກີດຈາກບັນດາແມ່ຄ້າ-ພໍ່ຄ້າຢູ່ຮ້ານ ຂາຍຊີ້ນ, ປາ, ກົບ, ພືດຜັກ ແລະ ອື່ນໆ, ເຊິ່ງມີຫຼາຍວິທີ ທີ່ບັນດາຜູ້ຂາຍ (ແຕ່ບໍ່ໝົດທຸກຄົນ) ເຮັດເພື່ອເອົາປຽບລູກຄ້າ ໂດຍສະເພາະແມ່ນການໂກງຕາຊິງ, ການຢັດຫິນ, ຢັດກົ່ວ ໃສ່ໃນທ້ອງປາ ແລະ ທ້ອງກົບເພື່ອເພີ່ມນໍ້າໜັກ.

ນາງ ສຸດາ ປະຊາຊົນ ບ້ານໂນນຫວາຍ ແມ່ນຜູ້ໜຶ່ງທີ່ໄດ້ໄປຊື້ກົບຢູ່ຕະຫຼາດຫົວຂົວ ລວມ 7 ກິໂລເເຕ່ເມື່ອຊື້ແລ້ວ ເວລາມາຄົວກົບເພື່ອຈະປຸງແຕ່ງອາຫານພັດພົບ ເຫັນກ້ອນຫິນຈໍານວນຫຼາຍກ້ອນຢູ່ໃນທ້ອງຂອງກົບ ເມື່ອກັບໄປຖາມແມ່ຄ້າກໍ່ປະຕິເສດວ່າບໍ່ໄດ້ເຮັດ.

ເຫດການຄ້າຍຄືກັນນີ້ ກໍ່ໄດ້ເກີດຂຶ້ນກັບນາງນຸ່ນ ປະຊາຊົນ ບ້ານທາດຫຼວງເຊັ່ນກັນ ໂດຍທີ່ລາວໄດ້ໄປທ່ຽວກັບຄອບຄົວຢູ່ບັນດາແຂວງພາກໃຕ້, ໃນລະຫວ່າງທາງລາວໄດ້ແວ່ຊື້ປານໍ້າຂອງເພື່ອຈະ ເອົາມາກ້ອຍຢູ່ບ້ານ ແຕ່ປະກົດວ່າເມື່ອເວລາມາຄົວ ພັດມີກົ່ວຢູ່ໃນທ້ອງເປັນຈໍານວນຫຼາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...