spot_img
Homeຂ່າວຕ່າງປະເທດລະບົບສາທາລະນະສຸກໂອຊາກ້າໃກ້ລົ້ມເຫຼວ "ໂຄວິດ-19 ສາຍພັນອັງກິດ" ລະບາດໜັກ

ລະບົບສາທາລະນະສຸກໂອຊາກ້າໃກ້ລົ້ມເຫຼວ “ໂຄວິດ-19 ສາຍພັນອັງກິດ” ລະບາດໜັກ

Published on

ສະພາບການລະບາດຂອງໂຄວິດ-19 ໃນນະຄອນໂອຊາກ້າເມືອງໃຫຍ່ອັນດັບສອງຂອງຍິ່ປຸ່ນກຳລັງໜ້າເປັນຫ່ວງ ໂຮງໝໍຫຼາຍແຫ່ງຕຽງຜູ້ປ່ວຍເຕັມ ແພດເຕືອນລະບົບສາທາລະນະສຸກໃກ້ລົ້ມເຫຼວ. ຫ້ອງຜູ້ປ່ວຍໜັກຕາມໂຮງໝໍຕ່າງໆ ໃນໂອຊາກ້າ ເມືອງທີ່ມີປະຊາກອນອາໄສ 9 ລ້ານຄົນ ຕອນນີ້ໃກ້ເຕັມແລ້ວ ແລະ ຈະບໍ່ສາມາດຮັບຜູ້ປ່ວຍໄດ້ອີກໃນບໍ່ພໍເທົ່າໃດມື້ຕໍ່ໜ້າ ຂະນະທີ່ເຄື່ອງຊ່ວຍຫາຍໃຈເລີ່ມໃຫ້ຈະໝົດແລ້ວ.

ຜູ້ອຳນວຍການໂຮງໝໍມະຫາວິທະຍາໄລຄິນໄດ ໃນໂອຊາກ້າ ອອກມາເຕືອນວ່າ ລະບົບສາທາລະນະສຸກໃນໂອຊາກ້າໃກ້ລົ້ມເຫຼວ ການແຜ່ລະບາດຂອງໄວຣັດກາຍພັນສາຍອັງກິດ N501Y ຕອນນີ້ກຳລັງແຜ່ລະບາດຢ່າງໄວວາໃນໂອຊາກ້າ ແມ່ນແຕ່ຄົນໜຸ່ມສາວທີ່ໄດ້ຮັບເຊື້ອກໍ່ຈະມີອາການປ່ວຍຢ່າງໄວວາ ແລະ ບາງຄົນອາການຮຸນແຮງ, ຟື້ນຕົວຊ້າ ຂະນະທີ່ສື່ຫຼາຍແຫ່ງພາດຫົວຂ່າວວ່າ “ບໍ່ມີໃຜປອດໄພອີກຕໍ່ໄປ”.

ລາຍງານລະບຸວ່າ ຜູ້ເສຍຊີວິດຈາກໂຄວິດ-19 ໃນຍີ່ປຸ່ນເດືອນພຶດສະພາ 1 ໃນ 3 ຢູ່ໃນໂອຊາກ້າ ເມື່ອອາທິດແລ້ວນີ້ໄດ້ພົບຜູ້ປ່ວຍຕິດເຊື້ອລາຍໃໝ່ໃນໂອຊາກ້າຫຼາຍເຖິງ 3,849 ຄົນ ເພີ່ມຂຶ້ນ 5 ຄົນ ຈາກເມື່ອ 3 ເດືອນກ່ອນ-ເຈົ້າໜ້າທີ່ທາງການແພດໃນໂອຊາກ້າ ທີ່ເປັນກຸ່ມແນວໜ້າຮັບມືຜູ້ປ່ວຍໂຄວິດມີພຽງ 50% ທີ່ໄດ້ຮັບວັກຊີນຄົບ 2 ໂດສ.

ທັງນີ້,​ ຍີ່ປຸ່ນເລັ່ງສັກວັກຊີນໃຫ້ຜູ້ສູງອາຍຸໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້ ໂດຍຕັ້ງເປົ້າຈະສັກໃຫ້ໄດ້ 36 ລ້ານຄົນໃນເດືອນກໍລະກົດນີ້.

ຮຽບຮຽງຂ່າວ: ພດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...