spot_img
Homeຂ່າວຕ່າງປະເທດລະທຶກ! ເຮືອບິນສິງກະໂປ ແອຣ໌ລາຍ ຕົກຂຸມອາກາດ ເຈັບ 22 ຄົນ!

ລະທຶກ! ເຮືອບິນສິງກະໂປ ແອຣ໌ລາຍ ຕົກຂຸມອາກາດ ເຈັບ 22 ຄົນ!

Published on

a380sing

 

ຜູ້ໂດຍສານ ສິງກະໂປ ແອຣ໌ລາຍ ລະທຶກ ເມື່ອເຮືອບິນຕົກຂຸມອາກາດຢ່າງແຮງ ຈົນມີຜູ້ໄດ້ຮັບບາດເຈັບ 22 ຄົນ.

 

ເມື່ອວັນທີ 19 ຕຸລາທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ເຮືອບິນສິງກະໂປ ແອຣ໌ລາຍ ເກີດເຫດຕົກຂຸມອາ

ກາດລະຫວ່າງກຽມລົງຈອດ ສົ່ງຜົນໃຫ້ມີຜູ້ບາດເຈັບເຖິງ 22 ຄົນ ສ່ວນເຮືອບິນແມ່ນສາມາດລົງຈອດໄດ້ຢ່າງປອດໄພ.

 

ເຮືອບິນລຳທີ່ເກີດເຫດ ເປັນເຮືອບິນແອຣ໌ບັສ A380 ຂອງສາຍການບິນສິງກະໂປແອຣ໌ລາຍ ຖ້ຽວບິນທີ 424 ບັນທຸກ

ຜູ້ໂດຍສານມາ 408 ຄົນ ພ້ອມດ້ວຍລູກເຮືອອີກ 25 ຄົນ ເດີນທາງຈາກສິງກະໂປ ໄປນະຄອນມຸມໄບ ປະເທດອິນເດຍ

ເມື່ອຄືນວັນທີ 18 ຕຸລາທີ່ຜ່ານມາ ແຕ່ລະຫວ່າງທີ່ເຮືອບິນກຳລັງກຽມລົງຈອດທີ່ສະໜາມບິນມູມໄບ ຊ້ຳພັດເກີດຕົກ

ຂຸມອາກາດຢ່າງແຮງ ຈົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 22 ຄົນ ເຊິ່ງເປັນຜູ້ໂດຍສານ 8 ຄົນ, ລູກເຮືອ 14 ຄົນ ໂດຍສ່ວນ

ໃຫຍ່ແມ່ນໄດ້ຮັບບາດເຈັບທີ່ຫົວ ໃນຂະນະທີ່ພາຍໃນເຮືອບິນກໍໄດ້ຮັບຄວາມເສຍຫາຍເລັກໜ້ອຍ.

 

kafault20-191014e

 

ຢ່າງໃດກໍດີ ພາຍຫລັງເຮືອບິນໄດ້ລົງຈອດຮຽບຮ້ອຍແລ້ວ ຜູ້ໂດຍສານ ແລະ ລູກເຮືອທີ່ໄດ້ຮັບບາດເຈັບ ກໍໄດ້ຖືກນຳສົ່ງ

ໂຮງໝໍເອກະຊົນຂອງອີນເດຍ 2 ແຫ່ງທັນທີ ໂດຍໃນຂະນະທີ່ທາງສາຍການບິນ ກໍໄດ້ເຂົ້າມາສືບສວນເຖິງເຫດການທີ່

ເກີດຂຶ້ນແລ້ວ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...