spot_img
Homeຂ່າວນໍ້າຖ້ວມລະດັບນ້ຳສາຂາແມ່ນ້ຳຂອງຍື່ງຂຶ້ນໃກ້ຮອດເຂດລະວັງໄພແລ້ວ

ລະດັບນ້ຳສາຂາແມ່ນ້ຳຂອງຍື່ງຂຶ້ນໃກ້ຮອດເຂດລະວັງໄພແລ້ວ

Published on

ຜ່ານການຕິດຕາມຢ່າງໃກ້ຊິດຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ກ່ຽວກັບລະດັບນ້ຳສາຂາແມ່ນ້ຳຂອງໃນວັນທີ 17-18 ສິງຫານີ້ວ່າ: ເຂດຫລວງພະບາງ ປັດຈຸບັນຢູ່ທີ່ 14,32 ແມັດ, ຊຶ່ງອາດຈະເພີ່ມຂຶ້ນເປັນ 14,57-14,70ແມັດ (ເຂດລະວັງໄພ 17,50 ແມັດ), ນະຄອນຫລວງວຽງຈັນ ຈາກ 8,02ແມັດ ອາດເພີ່ມຂຶ້ນເປັນ 8,74 ແມັດ-9,96 ແມັດ (ເຂດລະວັງໄພ 11,50ແມັດ), ປາກເຊ 6,98 ແມັດ ເພີ່ມຂຶ້ນເປັນ 7,13-7,22 ແມັດ (ເຂດລະວັງໄພ11 ແມັດ), ຂົວເຊບັ້ງໄຟ ຈາກ 16,38 ແມັດ ອາດເພີ່ມຂຶ້ນເປັນ 16,68-16,72 ແມັດ (ເຂດລະວັງໄພ 17,50 ແມັດ), ໜ້າເຂື່ອນນ້ຳງື່ມ ຈາກ 206,53 ແມັດ ອາດເພີ່ມຂຶ້ນ 206,80-207,06 ແມັດ (ເຂດລະວັງໄພ 121 ແມັດ). ນອກນີ້ ໄລຍະ

ອາທິດຜ່ານມານີ້, ໄດ້ເກີດນ້ຳໄຫລຊຸແຮງເຂົ້າຖ້ວມບ້ານປະຊາຊົນແຂວງພາກເໜືອຂອງລາວ ເສຍຫາຍເປັນຈຳນວນບໍ່ໜ້ອຍ. ດັ່ງນັ້ນ ຈຶ່ງເຕືອນປະຊາຊົນທີ່ອາໃສຢູ່ເຂດແຄມນ້ຳຂອງ, ແມ່ນ້ຳສາຂາຕ່າງໆຈົ່ງມ້ຽນມັດ, ຈັດເກັບສິ່ງຂອງໄປໄວ້ບ່ອນທີ່ສູງ ແລະ ປອດໄພ ເພື່ອປ້ອງກັນໄພນ້ຳຖ້ວມທີ່ອາດຈະເກີດຂຶ້ນຍ້ອນລະດັບນ້ຳຝົນແມ່ນໄດ້ເພີ່ມຂຶ້ນເລື້ອຍໆ ແລະ ຈົ່ງຕິດຕາມສະພາບລະດັບນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

 

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...