spot_img
Homeຂ່າວຕ່າງປະເທດລມຕ ຕ່າງປະເທດ Kerry ຈະພົບປະກັບ ປ. Putin ເພື່ອ ຫາທາງຫຼຸດ​ຜ່ອນ ຄວາມ​ຮຸນ​ແຮງ ໃນຊີເຣຍ

ລມຕ ຕ່າງປະເທດ Kerry ຈະພົບປະກັບ ປ. Putin ເພື່ອ ຫາທາງຫຼຸດ​ຜ່ອນ ຄວາມ​ຮຸນ​ແຮງ ໃນຊີເຣຍ

Published on

ກະຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ກ່າວ​ວ່າ ​ເຮືອບິນ​ລົບຂອງ​ຕົນ​ຕື່ມ​ອີກ​ຫລາຍ ລຳ​ໄດ້ເດີນທາງອອກ​ຈາກ​ຊີ​ເຣຍ​ໃນ​ວັນພຸດ​ມື້ນີ້ ເພື່ອສືບ​ຕໍ່ຖອນກຳລັງ​ອອກ​ຈາກ ປະ​ເທດ​ດັ່ງກ່າວ ​ໃນ​ຂະນະ​ທີ່ສະຫະ​ປະຊາ​ຊາດ ​ເປີດ​ການ​ເຈລະຈາ​ສັນຕິ​ພາບໂດຍ​ທາງ​ອ້ອມກັບ​ພັກ​ຝ່າຍຕ່າງໆ​ທີ່​ເປັນ​ປໍ​ລະ​ປັກ​ຂອງຊີ​ເຣຍ ​ຢູ່​ທີ່​ນະຄອນ Geneva.

ລັດຖະມົນຕີ ຕ່າງປະ​ເທ​ດສະຫະລັດ ທ່ານ John Kerry  ມີ​ແຜນ​ທີ່​ຈະ​ເດີນທາງ​ໄປ ນະຄອນຫຼວງ Moscow ​ໃນອາທິດ​ໜ້າ ​ເພື່ອ​ສົນທະນາຫາລື​ກັບປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ກ່ຽວ​ກັບ​ຫລຸດ​ຜ່ອນລະດັບ​ຄວາມ​ຮຸນ​ແຮງລົງ ​ແລະ​ ການ​ຊຸກ​ຍູ້ສັນຕິພາບຄັ້ງ​ໃໝ່​ ຢູ່ໃນຊີ​ເຣຍ.

ທ່ານ Kerry ກ່າວ​ວ່າ ທ່ານ​ຈະ​ສົນທະນາ​ຫາ​ລືກັບ​ທັງ​ທ່ານ Putin ​ແລະ​ລັດ​ຖະມົນຕີຕ່າງປະ​ເທ​ດ ທ່ານ Sergei Lavrov ກ່ຽວ​ກັບ​ວ່າຈະ​ສ້າງ​ຄວາມ​ກ້າວໜ້າ​ຢ່າງ​ໃດ​ໃຫ້​ແກ່​ຂັ້ນຕອນ​ ເພື່ອ​ຈະ​ນຳ​ເອົາ​ການ​ແກ້​ໄຂຕໍ່ບັນຫາຂັດ​ແຍ້​ງ ທີ່​ດຳ​ເນີນມາເປັນ​ເວລາຫ້າ​ປີ ​ໂດຍ​ທາງ​ການ​ເມືອງ.

B6993768-975B-433C-8C8E-F8BB6BD39208_w640_s

ທ່ານ​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ “ນີ້ເປັນໂອກາດ​ທີ່​ຈະ​ຍາດ​ເອົາ ບໍ່ໃຫ້ເສຍ​ເວລາ ​ທີ່ພວກ​ເຮົາມີຢູ່​ໃນ​ຂະນະ​ນີ້ ​ໃນ​ຄວາມ​ສາມາດ ​ເພື່ອ​ເອົາບາດກ້າວ​ໃນ​ທີ່​ສຸດ ​ເພື່ອ​ເຮັດ​ໃຫ້​ສົງຄາມ​ແລະ​ການ​ນອງ​ເລືອດສິ້ນສຸດ​ລົງ.”

ການ​ສູ້​ລົບກັນ​ໃນ​ຊີ​ເຣຍ ​ໄດ້​ຫລຸດ​ລົງ​ຢ່າງ​ຫຼວງຫຼາຍ ຍ້ອນ​ມີ​ການ​ຍຸດຕິ​ການ​ເປັນ ປໍ​ລະ​ປັກຫຼືການ​ຢຸດ​ຍິງ​ຊົ່ວຄາວ ​ມາ​ເປັນເວລາ​ສາມ​ອາທິດ​ແລ້ວ.

9016E7E1-846A-459A-9A85-E29A910838FC_w640_s

​ແຕ່​ທ່ານ Kerry ຍັງ​ໄດ້​ເຕືອນ​ວ່າ ສັນຕິພາບ​ທີ່​ຖາວອນ​ນັ້ນ ​ເປັນ​ໄປ​ບໍ່​ໄດ້ຕາບ ​ໃດ​ທີ່ປະທານາທິບໍດີ​ຊິ​ເຣຍ ທ່ານ Bashar al-Assad ຍັງ​ກຳ​ອຳນາດຢູ່.

ກຳລັງ​ທະຫານຣັ​ດ​ເຊຍ​ຈຸທຳ​ອິດ​ ທີ່​ຖອນ​ອອກ​ຈາກ​ຊິ​ເຣຍນັ້ນ ກັບ​ຄືນ​ບ້ານ​ໃນວັນ​ອັງຄານ​ວານ​ນີ້ ທ່າມກາງ​ຝູງຊົນທີ່​ໄປ​ຕ້ອນຮັບ ​ຮ້ອງ​ໂຮ​ສະໜັບສະໜູນ. ທ່ານ Putin ​ໄດ້​ປະກາດ​ຢ່າງ​ບໍ່​ຄາດ​ຄິດ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ ກຳລັງ​ສ່ວນ​ໃຫຍ່​ຂອງ​ທ່ານ​ຈະ​ຖອນ​ອອກ​ຊີ​ເຣຍ​ໃນ​ທັນທີ ຊຶ່ງພວກ​ເຂົາເຈົ້າ​ໄດ້​ບັນລຸຈຸດປະສົງ​ແລ້ວ ​ໃນ​ການ​ປະຕິບັດ​ງານ​ຂອງ​ເຂົາ​ເຈົ້າ​ ທີ່​ໄດ້​ເລີ້ມຂຶ້ນ​ໃນ​ທ້າຍ​ເດືອນ​ກັນຍາ​ປີ​ກາຍ​ນີ້.

 

ແຫລ່ງຂ່າວຈາກ: ຂ່າວວີໂອເອລາວ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...