spot_img
Homeຂ່າວກິລາຣັດເຊຍ ເຈົ້າພາບຖະລົ່ມ ຊາອຸດິອາຣະເບຍ 5-0 ໃນນັດເປີດສະໜາມບານໂລກ 2018

ຣັດເຊຍ ເຈົ້າພາບຖະລົ່ມ ຊາອຸດິອາຣະເບຍ 5-0 ໃນນັດເປີດສະໜາມບານໂລກ 2018

Published on

ເກມນັດເປີດສະໜາມ ເສິກບານໂລກ 2018 ທີ່ສະໜາມ ລຸຊນິກິ ສະເຕດ້ຽມ ນະຄອນຫຼວງ ມອສໂກ ເຈົ້າພາບ ຣັດເຊຍ ສ້າງຜົນງານໄດ້ສຸດຍອດດ້ວຍການຖະລົ່ມ “ເສດຖີນ້ຳມັນ” ຊາອຸດິອາຣະເບຍ ໄປເຖິງ 5-0 ເກັບສາມແຕ້ມໄວ້ຮອງທ້ອງ เกมนัดเปิดสนาม
ເລີ່ມເກມໄດ້ພຽງ 12 ນາທີ ເປັນທາງຣັດເຊຍໄດ້ປະຕູນຳ 1-0 ບວກກັບປະຕູທີ 2 ໃນນາທີທີ່ 42 ກ່ອນຈົບເຄິ່ງເວລາທຳອິດ ເຊິ່ງເຮັດໃຫ້ ຣັດເຊຍ ນຳ ຊາອຸດິອາຣະເບຍ 2-0
ເຂົ້າສູ່ເຄິ່ງຫຼັງ ຣັດເຊຍຍັງເປັນຝ່າຍຄອງບານເຮັດເກມບຸກໄດ້ຫຼາຍກວ່າ ໃນຂະນະທີ່ ຊາອຸດິອາຣະເບຍ ພະຍາຍາມຕັ້ງເກມສູ້ ແຕ່ກໍ່ບໍ່ຕໍ່ເນື່ອງ ແລະ ເປັນເຈົ້າຖິ່ນທີ່ເຮັດປະຕູໜີຫ່າງອອກໄປອີກເປັນ 3-0 ໃນນາທີທີ່ 72 ຈາກການໂມ່ງຂອງ ອາຣ໌ ເຕັມ ຊູບາ ກ່ອນທີ່ ເດນິສ ເຊຣີເຢຟ ຈະມາຍິງເພີ່ມອີກ ເປັນ 4-0 ສຸດທ້າຍໃນຊ່ວງທົດເວລາບາດເຈັບ ອາເລັກຊານເດີ ໂກໂລວິນ ມາຍິງຊ້ຳເຂົ້າໄປ ສົ່ງຜົນໃຫ້ຈົບເກມ ຣັດເຊຍ ຊະນະ ຊາອຸດິອາຣະເບຍ ໄປເຖິງ 5-0 ສົ່ງຜົນໃຫ້ຕອນນີ້ຣັດເຊຍຂຶ້ນນຳເປັນຫົວໜ້າຂອງກຸ່ມເອ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...