spot_img
Homeຂ່າວຕ່າງປະເທດຣັດເຊຍເສຍທະຫານໄປໃນສົງຄາມຫຼາຍກວ່າ 3 ໝື່ນຄົນ

ຣັດເຊຍເສຍທະຫານໄປໃນສົງຄາມຫຼາຍກວ່າ 3 ໝື່ນຄົນ

Published on

ຈາກການລາຍງານຂ່າວໃນ UK ແລະ ຢູເຄຣນ ໄດ້ລະບຸວ່າ ກອງທັບຣັດເຊຍໄດ້ສູນເສຍທະຫານໃນສົງຄາມຢູເຄຣນແລ້ວ 3 ໝື່ນຄົນ ອາດເຮັດໃຫ້ກອງທັບຣັດເຊຍແຕກ, ຂະນະທີ່ ປູຕິນ ເບິ່ງວ່າ “ຄຸ້ມຄ່າຕໍ່ໄຊຊະນະ” ທີ່ສາມາດບຸກຍຶດເຂົ້າດອນບາສໄດ້ບາງສ່ວນ.

ໃນວັນທີ 31 ພຶດສະພາ 2022 ເດລີ່ເມວ ໄດ້ລາຍງານວ່າ ກອງກຳລັງຣັດເຊຍໄດ້ສູນເສຍທະຫານໄປໃນສົງຄາມແລ້ວ ຫຼາຍກວ່າ 30 ໝື່ນຄົນ ແຕ່ຍັງວ່າ ຄຸ້ມຄ່າຕໍ່ໄຊຊະນະ.

ໃນຂະນະດຽວກັນ ທະຫານຢູເຄຣນໄດ້ຄາດປະມານກົງກັນວ່າ ທະຫານຣັດເຊຍໄດ້ເສຍຊີວິດ 30.350 ຄົນ ນັບຕັ້ງແຕ່ປູຕິນສົ່ງທະຫານໄປເປັນ 100.000 ຄົນເພື່ອບຸກຢູເຄຣນໃນວັນທີ 24 ກຸມພາ 2022, ນອກຈາກນັ້ນອາວຸດ ລົດຫຸ້ມເກາະ ລົດຖັງ ຖືກໂຈມຕີຈົນພັງເສຍຫາຍຈຳນວນຫຼາຍ.

ແລ້ວໃນວັນຈັນທີຜ່ານມານີ້ ກອງກຳລັງຣັດເຊຍສາມາດຮຸກຮານເຂົາໄປໃນເມືອງ ເຊເວໂຣໂດເນສ ເມືອງສຳຄັນໃນດອນບາສ ໄດ້ເຮັດໃຫ້ປະຊາຊົນເສຍຊີວິດ 1.500 ຄົນ ແລະ ອາຄານບ້ານເຮືອນເສຍຫາຍເກືອບໝົດ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...