spot_img
Homeຂ່າວຕ່າງປະເທດຣັດເຊຍເລີ່ມສົ່ງເຮືອຮົບຕິດອາວຸດນິວເຄຼຍໄປປະຈຳການ

ຣັດເຊຍເລີ່ມສົ່ງເຮືອຮົບຕິດອາວຸດນິວເຄຼຍໄປປະຈຳການ

Published on

ໜ່ວຍງານຂ່າວຂອງນໍເວໄດ້ເປີດເຜີຍວ່າ ຣັດເຊຍເລີ່ມສົ່ງເຮືອຮົບຕິດອາວຸດນິວເຄຼຍໄປປະຈຳການໃນທະເລບັລທິກເປັນຄັ້ງທຳອິດໃນຮອບ 30 ປີ ພາຍໃຕ້ຄວາມຕຶງຄຽດຂອງບັນດາຊາດຕາເວັນຕົກ.

ວັນທີ 14 ກຸມພາ 2023 ສຳນັກຂ່າວແຫ່ງປະເທດນໍເວ (NIS) ໄດ້ລະບຸວ່າ ຣັດເຊຍເລີ່ມສົ່ງເຮືອຮົບຕິດອາວຸດນິວເຄຼຍໃນທາງຍຸດທະວິທີ (tactical nuclear weapon) ມາປະຈຳການໃນທະເລບອລຕິກ ເປັນຄັ້ງທຳອິດໃນຮອບ 30 ປີ ນັບຕັ້ງແຕ່ການລົ້ມສະຫຼາຍຂອງສະຫະພາບໂຊຫວຽດ ທັງນີ້ໃນຊ່ວງສົງຄາມເຢັນ ກອງທັບເຮືອຂອງຣັດເຊຍ ຫຼື ໂຊຫວຽດໃນຕອນນັ້ນສົ່ງເຮືອຮົບຕິດອາວຸດນິວເຄຼຍອອກມາສຳຫຼວດໃນບໍລິເວນທະເລບອລຕິກເປັນປະຈຳ ແຕ່ນີ້ເປັນຄັ້ງທຳອິດໃນຍຸກຂອງຣັດເຊຍ.

ອາວຸດນິວເຄຼຍຍຸດທະສາດ ແມ່ນຫົວນິວເຄຼຍຂະໜາດນ້ອຍ ທີ່ສາມາດນຳໄປໃຊ້ໃນສະໜາມຮົບ ແລະ ໂຈມຕີເປົ້າໝາຍໃນພື້ນທີ່ ທີ່ຈຳກັດ ໂດຍບໍ່ເຮັດໃຫ້ເກີດການກະຈາຍຂອງລັງສີໃນວົງກວ້າງ ໂດຍຂະໜາດນ້ອຍທີ່ສຸດແມ່ນມີຂະໜາດບໍ່ເກີນ 1 ກິໂລໂຕນ ແລະ ໃຫຍ່ທີ່ສຸດແມ່ນບໍ່ເກີນ 100 ກິໂລໂຕນ.

ແຫຼ່ງຂ່າວ yahoo

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...