spot_img
Homeຂ່າວພາຍ​ໃນຣັດເຊຍສັ່ງຖອນກຳລັງອອກຈາກເມືອງລິມັນຂອງຢູເຄຣນຫຼັງຈາກທີ່ມີການປະກາດພະນວກ 4 ພູມິພາກຂອງຢູເຄຣນເຂົ້າເປັນຣັດເຊຍ

ຣັດເຊຍສັ່ງຖອນກຳລັງອອກຈາກເມືອງລິມັນຂອງຢູເຄຣນຫຼັງຈາກທີ່ມີການປະກາດພະນວກ 4 ພູມິພາກຂອງຢູເຄຣນເຂົ້າເປັນຣັດເຊຍ

Published on

ຣັເຊຍ ສັ່ງຖອນກຳລັງທະຫານອອກຈາກເມືອງສຳຄັນຂອງພູມິພາກໂດເນສ ຍ້ອງຖືກກອງກຳລັງຢູເຄຣນອ້ອມ.

ວັນທີ 1 ຕຸລາ 2022 ອິກໍ ໂຄເຊນຄອຟ ໂຄສົກກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ຖະແຫຼງການວ່າ ໄດ້ຖອນກຳລັງທະຫານອອກຈາກເມືອງລິມັນ (Lyman) ເນື່ອງຈາກຄວາມສ່ຽງທີ່ຖືກອ້ອມ ຂະນະດຽວກັນ ກໍຍອມຮັບວ່າ ຢູເຄຣນມີກຳລັງທະຫານທີ່ເໜືອກວ່າ.

ຄຳຖະແຫຼງການຂອງກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍທີ່ມີຂຶ້ນ ຫຼັງຈາກກອງບັນຊາການຕະເວັນອອກຂອງກອງທັບຢູເຄຣນລະບຸວ່າ ຢູເຄຣນໄດ້ອ້ອມທະຫານຣັດເຊຍຫຼາຍພັນຄົນໃນເມືອງລິມັນ ໃນພູມິພາກໂດເນສ.

ການປະກາດພະນວກ 4 ພູມິພາກຂອງຢູເຄຣນເຂົ້າເປັນສ່ວນໜຶ່ງຂອງຣັດເຊຍ

ໂດຍກ່ອນໜ້ານັ້ນ ໃນວັນທີ ວັນທີ 30 ກັນຍາ ທີ່ຜ່ານມາ ຣັດເຊຍກໍໄດ້ປະກາດພະນວກ 4 ພູມິພາກຂອງຢູເຄຣນເຂົ້າເປັນສ່ວນໜຶ່ງຂອງຣັດເຊຍຢ່າງເປັນທາງການ ຫຼັງຈາກຈັດການລົງປະຊາມັດຕິ ຫຼື ການລົງຄະແນນສຽງທີ່ລັດຖະບານຢູເຄຣນ ແລະ ບັນດາຊາດຕ່າງໆ ເຫັນວ່າເປັນການລົງຄະແນນສຽງທີ່ບໍ່ຖືກຕ້ອງ ແລະ ລະເມີດກົດໝາຍລະຫວ່າງປະເທດ.

ຢູເຄຣນລົງນາມເຂົ້າຮ່ວມເປັນສະມາຊິກຂອງ NATO

ໃນຂະນະດຽວກັນ ທ່ານ ໂວໂລດິເມຍ ເຊເລນສະກີ ປະທານາທິບໍດີຢູເຄຣນ ໄດ້ປະກາດວ່າ ຢູເຄຣນກຳລັງສະມັກເປັນສະມາຊິກອົງການສົນທິສັນຍາແອັດແລນຕິກເໜືອ ຫຼື ນາໂຕ (NATO) ຢ່າງເປັນທາງການ ຫຼັງຈາກທີ່ ຣັດເຊຍປະກາດ “ຮວມແຜ່ນດິນ” ພະນວກ 4 ພູມິພາກຂອງຢູເຄຣນຄື ລູຮານ ໂດເນສ ເຄີຊອນ ແລະ ຊາໂປລິສເຊຍ.

ທັ້ງນີ້ ເຊເລນສະກີ ກ່າວວ່າ ກຳລັງດຳເນີນການຂັ້ນຕອນຢ່າງເດັດຂາດ ແລະ ຮີບດ່ວນ ເພື່ອປ້ອງກັນປາຊາຊົນຊາວຢູເຄຣນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...