ຣັດເຊຍພັດທະນາຂີປະນາວຸດຂ້າມທະວີບ ລູກດຽວທຳລາຍໄດ້ທັງປະເທດ

ທີມຂ່າວລາວໂພສຕ໌ ປະຈຳຕ່າງປະເທດລາຍງານວ່າ ເວັບໄຊຂອງບໍລິສັດ ມາເຄເຢບ ຣັອກເກັດ ດີຊາຍ ບູໂຣ ຜູ້ອອກແບບແລະພັດທະນາເທັກໂນໂລຢີລູກສອນໄຟແລະອະວະກາດລາຍໃຫຍ່ຂອງຣັດເຊຍ ໄດ້ເປີດເຜີຍຮູບພາບຂອງຂີປະນາວຸດ(ລູກສອນໄຟ)ຂ້າມທະວີບ rs 28 sarmat ຫຼືມີຊື່ຫລິ້ນວ່າ Satan 2 ອາວຸດໃໝ່ໃນສາງອາວຸດຣັດເຊຍອອກສູ່ສາທາລະນະເປັນຄັ້ງທຳອິດ.

ຖະແຫຼງການເທິງເວັບໄຊລະບຸວ່າ ລູກສອນໄຟລຸ້ນນີ້ໄດ້ຮັບການອອກແບບມາເພື່ອກະກຽມທາງດ້ານຍຸດທະສາດໃຫ້ແກ່ກອງທັບຣັດເຊຍ ດ້ວຍການຮັບປະກັນວ່າຈະເຮັດໜ້າທີ່ໃນການປ້ອງກັນແລະປາບປາມອາວຸດນິວເຄລຍໄດ້ເປັນຢ່າງດີ ໂດຍໃນຂະນະນີ້ຂີປະນາວຸດກຳລັງໄດ້ຮັບການພັດທະນາຮ່ວມກັບກອງທັບຣັດເຊຍຢູ່.

screenshot-137

ຕາມການລາຍງານຂ່າວຂອງສຳນັກຂ່າວ TASS ຂີປະນາວຸດຂ້າມທະວີບ rs 28 sarmat ມີພິໄສໃນການເຮັດວຽກໄກເຖິງ 11,000 ກິໂລແມັດ ໂດຍລູກສອນໄຟມີນ້ຳໜັກເຖິງ 100 ໂຕນ ແລະອອກແບບມາເພື່ອໃຊ້ແທນລູກສອນໄຟ r 36 ma ເຊິ່ງທ່ານ ຢູຣິ ບໍຊິຢອບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ໄດ້ກ່າວວ່າ ລູກສອນໄຟລູກນີ້ສາມາດທຳລາຍເປົ້າໝາຍ ໂດຍບິນຂ້າມໄດ້ແມ່ນແຕ່ຂົ້ວໂລກເໜືອແລະຂົ້ວໂລກໃຕ້ໄດ້. ເຊິ່ງກ່ອນໜ້ານີ້ລັດຖະບານຣັດເຊຍເຄີຍອອກມາລາຍງານວ່າ ຂີປະນາວຸດລູກດຽວນີ້ສາມາດທຳລາຍພື້ນທີ່ໂລກທີ່ມີຂະໜາດພື້ນທີ່ເທົ່າກັບປະເທດຝຣັ່ງ ຫຼື ລັດເທັກຊັດຂອງສະຫະລັດໄດ້ເລີຍ ແລະອີກອັນໜຶ່ງລັດຖະບານຣັດເຊຍໄດ້ປະກາດລະງັບຂໍ້ຕົກລົງການຫຼຸດອາວຸດກັບສະຫະລັດ ທີ່ທັງສອງຝ່າຍໄດ້ຕົກລົງກັນວ່າຈະກຳຈັດແຮ່ພລູໂຕນ່ຽມ ຈຳນວນ 34 ໂຕນ ເຊິ່ງຫຼາຍພໍທີ່ຈະສ້າງລະເບີດນິວເຄລຍໄດ້ຫຼາຍພັນລູກ ເນື່ອງຈາກສະຫະລັດມີພຶດຕິກຳບໍ່ເປັນມິດ.

screenshot-138

ໃນໄລຍະທີ່ຜ່ານມາ ອົງກອນສົນທິສັນຍານາໂຕ ໄດ້ດຳເນີນການເພິ່ມການປ້ອງກັນໃນບັນດາປະເທດແຖວເອີຣົບຕາເວັນອອກທີ່ຕິດກັບຣັດເຊຍ ທ່າມກາງຄວາມກັງວົນກ່ຽວກັບທິດທາງທາງທະຫານຂອງຣັດເຊຍ.