spot_img
Homeຂ່າວຕ່າງປະເທດຣັດເຊຍຖະຫຼົ່ມກຸ່ມໄອເອສໃນຊີເຣຍ

ຣັດເຊຍຖະຫຼົ່ມກຸ່ມໄອເອສໃນຊີເຣຍ

Published on

ສຳນັກຂ່າວຣອຍເຕີ ແລະ ເອເອຟພີລາຍງານຈາກນະຄອນຫຼວງ ມອສກູ ປະເທດຣັດເຊຍ ເມື່ອວັນທີ 17 ມິຖຸນາ 2017ວ່າ ສຳນັກຂ່າວອິນເຕີແຟັກເຜີຍແຜ່ຖະແຫຼງການຂອງກະຊວງປ້ອງກັນປະເທດ ເມື່ອວັນເສົາວ່າ ການໂຈມຕີທາງອາກາດຂອງເຮືອບິນຮົບກອງທັບຣັດເຊຍ ຕໍ່ເປົ້າໝາຍກຸ່ມໄອເອສ ໃນເມືອງ ເດອີ ເອຊຊໍຣ ຢູ່ທາງພາກຕະເວັນອອກຂອງຊີເຣຍ ເມື່ອວັນທີ 6-8 ມິຖຸນາ ທີ່ຜ່ານມາ ສາມາດຂ້ານັກຮົບໄອເອສປະມານ 180 ຄົນ ໃນນັ້ນລວມທັງຜູ່ບັນຊາການພາກສະໜາມ 2 ຄົນຂອງກຸ່ມໄອເອສຄື: ອາບູ ໂອມາຣ ອັລ-ເບລກີກີ ແລະ ອາບູ ຍາຊິນ ອັລ-ມາສຣີ ນອກຈາກນັ້ນຍັງທຳລາຍຄັງອາວຸດຫຼາຍແຫ່ງ ແລະ ລົດທີ່ໃຊ້ໃນການຮົບ 16 ຄັນ

ການໂຈມຕີມີຂຶ້ນຫຼັງຈາກກອງທັບຣັດເຊຍໃຊ້ໂດຣນສອດແນມ ເຫັນການກຽມການຂອງກຸ່ມນັກຮົບໄອເອສ ທີ່ຈະຝ່າວົງລ້ອມຂອງທະຫານພາກພື້ນດິນກອງທັບຊີເຣຍ ໃນເມືອງເດອີຣ ເອຊຊໍຣ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...