spot_img
Homeຂ່າວຕ່າງປະເທດຣັດເຊຍກຽມຕິດຕັ້ງອາວຸດນິວເຄຼຍທີ່ເບລາລຸສ

ຣັດເຊຍກຽມຕິດຕັ້ງອາວຸດນິວເຄຼຍທີ່ເບລາລຸສ

Published on

ຣັດເຊຍປະກາດ ກຽມຕິດຕັ້ງອາວຸດນິວເຄຼຍໃນປະເທດເບລາລຸສ ພາຍຫຼັງທີ່ບັນລຸຂໍ້ຕົກລົງຮ່ວມກັນສຳເລັດ.

ໃນວັນທີ 25 ມີນາ 2023 ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ປະກາດວ່າ ຣັດເຊຍຈະປະຈຳການອາວຸດນິວເຄຼຍ ໃນດິນແດນຂອງເບລາລຸສ ເຊິ່ງເປັນປະເທດທີ່ຕິດກັບຣັດເຊຍ ແລະ ມີຄວາມສຳພັນກັນຢ່າງຮັດແໜ້ນ.

ປູຕິນ ໄດ້ເປີດເຜີຍວ່າ ຣັດເຊຍຈະສ້າງໂຮງເກັບອາວຸດນິວເຄຼຍໃນເບລາລຸສ ໃຫ້ສຳເລັດພາຍໃນວັນທີ 1 ເດືອນກໍລະກົດ ແຕ່ບໍ່ມີການໃຫ້ລັດຖະບານເບລະລຸວຄວບຄຸມ.

ທັ້ງນີ້ ການນຳເອົາອາວຸດນິວເຄຼຍໄປປະຈຳການທີ່ເບລາລຸສຄັ້ງນີ້ ຖືເປັນຄັ້ງທຳອິດຕັ້ງແຕ່ ກາງທົດສະວັດທີ 1990 ທີ່ຣັດເຊຍໄດ້ເອົາອາວຸດໄປໄວ້ນອກປະເທດຂອງຕົນ.

ສຳລັບອາວຸດນິວເຄຼຍນີ້ ເປັນອາວຸດນິວເຄຼຍທີ່ໄດ້ຮັບການອອກແບບໃຊ້ສະເພາະໃນສະໜາມຮົບ ເຊິ່ງບໍ່ແມ່ນອາວຸດນິວເຄຼຍທີ່ໃຊ້ເພື່ອການທຳລາຍເມືອງເປັນວົງກວ້າງ ໂດຍໃນຂະນະນີ້ຍັງບໍ່ຮູ້ຢ່າງຊັດເຈນວ່າຣັດເຊຍມີອາວຸດນິວເຄຼຍຫຼາຍປານໃດ.

ທີ່ມາ Reuters

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...