spot_img
Homeຂ່າວຕ່າງປະເທດຢູເຄຣນຮັບທະຫານສະຫຼະຊີວິດມື້ລະ 50 - 100 ຄົນ

ຢູເຄຣນຮັບທະຫານສະຫຼະຊີວິດມື້ລະ 50 – 100 ຄົນ

Published on

ໃນວັນທີ 23 ພຶດສະພາ ກອງທັບຣັດເຊຍໄດ້ເຈາະແນວປ້ອງກັນຂອງກອງທັບຢູເຄຣນໄດ້ໃນເມືອງໂປປາສນາ ເຮັດໃຫ້ຣັດເຊຍຍຶດທາງພາກໃຕ້ຂອງເມືອງຫວັດລູຮານໄດ້ເກືອບໝົດ, ຂະນະທີ່ກອງທັບຢູເຄຣນເຫຼືອເມືອງເອກສຸດທ້າຍຄື ເຊເວໂຣໂດ, ເນສ ແລະ ລີຊີຊານ ເຊິ່ງມີລາຍງານວ່າກອງທັບຣັດເຊຍກຳລັງພະຍາຍາມປິດລເອມຈາກ 3 ທິດທາງເໜືອ-ອອກ-ຕົກ.

ລັດຖະບານຢູເຄຣນປະຕິເສດການເຈລະຈາຢຸດຍິງ ເນື່ອງຈາກຈະເຮັດໃຫ້ຣັດເຊຍມີເວລາພັກກ່ອນຮຸກຮານ ແລະ ກະຊວງການຕ່າງປະເທດຣັດເຊຍໄດ້ລະບຸວ່າ ຍິນດີກັບໄປເຈລະຈາໄດ້ທຸກເມື່ອ ຖ້າຢູເຄຣນຕ້ອງການ, ປະມານາທິບໍດີຢູເຄຣນ ປະເມີນການສູ້ຮົບໃນດອນບາສ ວ່າເຮັດໃຫ້ມີທະຫານເສຍຊີວິດມື້ລະ 50-100 ຄົນ ແລະ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກໃຊ້ມາດຕະການຄວ່ຳບາດຂັ້ນສູງສຸດຕໍ່ຣັດເຊຍ.

ນອກຈາກນີ້ ສານຢູເຄຣນໄດ້ຕັດສິນໃຫ້ທ້າວ ວາດິມ ຊີຊີມາລິນ ສັງກັດໃນກອງທັບຣັດເຊຍ ອາຍຸ 21 ປີ ໃຫ້ຮັບໂທດຈຳຄຸກຕະຫຼອດຊີວິດ ຫຼັງຈາກຮັບຄຳສາລະພາບວ່າຍິງສັງຫານປະຊາຊົນຢູເຄຣນໃນວັນທີ 28 ກຸມພາ.

ແຫຼ່ງຂ່າວຈາກຕ່າງປະເທດ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...