spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຢານາງ! ຊ່ວຍຮັກສາໂຣກຄໍກິນເລືອດໃຫ້ຫາຍດີໄດ້ ພາຍໃນ 3-4 ເດືອນ.

ຢານາງ! ຊ່ວຍຮັກສາໂຣກຄໍກິນເລືອດໃຫ້ຫາຍດີໄດ້ ພາຍໃນ 3-4 ເດືອນ.

Published on

ໂຣກຄໍກິນເລືອດ ແມ່ນເກີດຈາກການເສຍສົມດູນຂອງຮໍໂມນໄທຣອຍ ໂດຍບໍ່ຮູ້ສາເຫດ ແລະ ບໍ່ກ່ຽວຂ້ອງກັບອາຫານທະເລ ແຕ່ມີປັດໄຈບາງຢ່າງທີ່ກ່ຽວຂ້ອງດັງນີ້:
 1.ເພດຍິງ ໂຣກນີ້ເກີດກັບແມ່ຍິງຫຼາຍກ່ວາຜູ້ຊາຍ 4-8 ເທົ່າ
 2.ກຳມະພັນ ບາງຄອບຄົວເປັນທັງແມ່ ແລະ ລູກສາວ
 3.ຄວາມຄຽດທາງຈິດໃຈ ພົບວ່າເຮັດໃຫ້ເກີດອາການຄໍກິນເລືອດໄດ້
 ຄໍກິນເລືອດ ອາດສ້າງຮໍໂມນອອກມາຫຼາຍເກີນໄປ ລູກຄໍຈະມີຂະໜາດໃຫຍ່ຂຶ້ນຈົນເຫັນໄດ້ຊັດເຈນ ຖ້າຄຳເບິ່ງຈະມີລັກສະນະອ່ອນໆບໍ່ແຂງ ຟັງອາດໄດ້ຍິນສຽງຟູ່ໆ ເນື່ອງຈາກມີເລືອດໄປລ້ຽງລູກຄໍຫຼາຍກ່ວາປົກກະຕິ.

200

 ສະໝຸນໄພທີ່ຊ່ວຍຮັກສາ ໂຣກຄໍກິນເລືອດຄື ນ້ຳໃບຢານາງ ມາເບິ່ງວິທີເຮັດກັນເລີຍ

 “ນ້ຳຢານາງ” ໃຫ້ຄັ້ນໃບຢານາງຕົ້ມກິນແທນນ້ຳລ້າ ເປັນປະຈຳ

 ນອກຈາກນັ້ນໃຫ້ທ່ານປັບນິໄສການກິນ ຫັນມາກິນອາຫານເຢັນແທນ ເຊັ່ນ: ບໍ່ກິນເນື້ອສັດ ແຕ່ກິນປານຶ້ງທາເກືອເພື່ອເສີມໄອໂອດີນ ກິນຜັກໝາກໄມ້ຊະນິດເຢັນເຊັ່ນ: ໝາກໂມ, ໝາກນັດ, ແອັບເປິ້ນ… ກິນເຂົ້າກັບຜັກລວກປານຶ້ງ ໂດຍເນັ້ນຜັກທີ່ສານເຢັນຊ່ວຍດັບຄວາມຮ້ອນເຊັ່ນ: ຜັກກາດຂາວ, ໝາກເລັ່ນ, ຫົວແຄຣັອດຂາວ, ໝາກແຕງ, ຜັກຫວານ, ໝາກຖົວແປບ, ດອກຜັກກາດປະເພດນີ້ເປັນຕົ້ນ ແລະ ອື່ນໆ.

24F_cold4

   ບໍ່ໜ້າເຊື່ອ!! ຄໍກິນເລືອດດື່ມສິ່ງນີ້ແລ້ວຈະຫາຍດີພາຍໃນ 3-4 ເດືອນ.

ຜູ້ມີປະສົບການປ່ວຍເປັນຄໍກິນເລືອດໄດ້ເລົ່າວ່າ ເຮັດຕາມຄຳແນະນຳນີ້ ຄ່າໄທຣອຍຈະລຸດລົງ 50% ພາຍໃນ 2 ອາທິດ ແລະ ຫາຍດີເປັນປົກກະຕິ 3-4 ເດືອນ ແຕ່ຕ້ອງກິນນ້ຳຢານາງໄປຕະຫຼອດເພື່ອສ້າງສົມດູນໃນຮ່າງກາຍຮັກສາໄດ້ດ້ວຍທຳມະຊາດບຳບັດ.

 ໃນທາງການແພດບູຮານຕຳລາຈີນ ແລະ ໄທ ກ່າວວ່າຄໍກິນເລືອດເກີດຈາກການກິນທີ່ບໍ່ສົມດູນກິນອາຫານທີ່ມີສານຮ້ອນ ຫຼາຍກ່ວາເຢັນ ຈະເຮັດໃຫ້ພາຍໃນຮ່າງກາຍຮ້ອນເກີນ ຈົນເຮັດໃຫ້ການເຮັດວຽກຂອງຕ່ອມໄທຣອຍຜິດປົກກະຕິ.

hot2

ຜັກ ແລະ ຫມາກໄມ້ທີ່ມີສານຮ້ອນໃນເຊັ່ນ: ກະລ່ຳ, ຫົວຫອມແດງໃຫຍ່, ແຄຣັອດສີສົ້ມ, ໝາກຖົ່ວຢາວ, ກະທຽມ, ໝາກອຶ, ຫົວສີໄຄ, ຫົວຂ່າ, ຫົວຂີງ, ໝາກເພັດ, ໝາກທຸລຽນ, ໝາກສີດາ, ໝາກລຳໄຍ ແລະ ອື່ນໆ

ວິທີທຳມະຊາດບຳບັດຄໍກິນເລືອດທີ່ປະສົມປະສານການອອກກຳລັງກາຍໂດຍການແກ່ວງແຂນເປັນປະຈຳວັນລະ 20 ນາທີເປັນຢ່າງຕ່ຳ.

 

ຂໍ້ມູນຈາກ: ເວັບໄຊ໌ ສະເຕັບເອັຟບີດັອດເນັດ.

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...