spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຢາຄຸມກໍາເນີດ, ຢາສູບ ເປັນປັດໃຈສ່ຽງເກີດມະເຮັງປາກມົດລູກ

ຢາຄຸມກໍາເນີດ, ຢາສູບ ເປັນປັດໃຈສ່ຽງເກີດມະເຮັງປາກມົດລູກ

Published on

ການຕິດເຊື້ອຫູດ ( HPV) ຄືປັດໃຈສ່ຽງທີ່ກໍ່ໃຫ້ເກີດມະເຮັງປາກມົດລູກຫຼາຍທີ່ສຸດ ອີກທັ້ງ ການສູບຢາ, ການໃຊ້ຢາຄຸມກໍາເນີດ ຈໍານວນຂອງຜູ້ທີ່ມີເພດສໍາພັນດ້ວຍ ແລະພູມຄຸ້ມກັນທີ່ຫຼຸດລົງຂອງຜູ້ຍິງລ້ວນຖືເປັນປັດໃຈໃນການເກີດພະຍາດທັ້ງສິ້ນ.

ການຕິດເຊື້ອ HPV ຖືເປັນປັດໃຈທີ່ສ່ຽງທີ່ສຸດ ແລະໄດ້ຮັບການລະບຸໄວ້ວ່າມີຄວາມແຕກຕ່າງກັນເຖິງຮ້ອຍກວ່າຊະນິດ ແນວໃດກໍຕາມ ບໍ່ແມ່ນທຸກຊະນິດທີ່ເປັນສາເຫດໃຫ້ເກີດພະຍາດມະເຮັງປາກມົດລູກ. ການນໍາເຂົ້າປະລິມານຂອງນິໂດຕິນ ຫຼືການສູບຢາເພີ່ມຄວາມສ່ຽງຂອງມະເຮັງປາກມົດລູກເຈັດເທົ່າໃນຜູ້ຍິງທີ່ສູບຢາ ຊຶ່ງແຕກຕ່າງຈາກຜູ້ຍິງທີ່ບໍ່ສູບຢາ ການເລີກນິໄສທີເຮັດໃຫ້ສຸຂະພາບບໍ່ແຂງແຮງນີ້ ຄວາມສ່ຽງກໍອາດຫຼຸດໄປຕາມ.

ຜູ້ຍິງທີ່ກິນຢາຄຸມກໍາເນີດມາເປັນເວລາດົນ ພວກນີ້ກໍຈະຍິ່ງເພີ່ມຄວາມສ່ຽງໃນການເປັນມະເຮັງຊະນິດນີ້ ແນວໃດກໍຕາມ ຢາຄຸມກໍາເນີດທີ່ມີເອສໂຕຣເຈນເປັນໜຶ່ງໃນປັດໃຈການເກີດມະເຮັງປາກມົດລູກທີ່ຕໍ່າທີ່ສຸດ ຜູ້ຍິງທີ່ກິນຢາຄຸມກໍາເນີດ ແຕ່ຍັງບໍ່ມີໄວຣັສຫູດເກີດຂຶ້ນໃນຮ່າງກາຍ ມີໂອກາດນ້ອຍທີ່ຈະເປັນມະເຮັງປາກມົດລູກ.

ພູມຄຸ້ມກັນໃນຜູ້ຍິງຫຼຸດລົງ ຖືກພິຈາລະນາວ່າເປັນການເພີ່ມຄວາມສ່ຽງຂອງພະຍາດມະເຮັງປາກມົດລູກ ເພາະຜູ້ຍິງເຫຼົ່ານີ້ມີແນວໂນ້ມທີຈະຕິດເຊື້ອໄວຣັສຮວມທັງການຕິດເຊື້ອ HPV.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...