spot_img
Home​ຂ່າວບັນເທິງຢາກເປັນນັກສະແດງ ແລະ ໄປຝຶກອົບຮົມດ້ານການສະແດງ ທີ່ ສປ ຈີນ ເຊີນສະຫມັກດ່ວນໆ !

ຢາກເປັນນັກສະແດງ ແລະ ໄປຝຶກອົບຮົມດ້ານການສະແດງ ທີ່ ສປ ຈີນ ເຊີນສະຫມັກດ່ວນໆ !

Published on

ສະໂມສອນ ສິລະປະ ສາຍຂອງ ( MCA Club) ຮ່ວມກັບ ກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ
ຮັບສະໝັກນັກສະແດງລະຄອນເວທີຕາມເງື່ອນໄຂລຸ່ມນີ້

ຄຸນສົມບັດ
– ເປັນນັກສຶກສາທີ່ສຳເລັດການສຶກສາ ແລະ ບຸກຄົນທີ່ມີຄວາມສົນໃຈດ້ານສີລະປະເປັນພິເສດ ( ບໍຈຳກັດເພດ, ອາຍຸ )
– ມີທັກສະການສະແດງທ່າທາງ , ການຟ້ອນ , ຮ້ອງເພັງ , ເຕັ້ນ ຫຼື ຜູ້ທີ່ມີປະສົບການຈະພິຈາລະນາເປັນພິເສດ.
ເລີ່ມເປີດຮັບສະໝັກ
– ພາກເໜືອ , ແຂວງ ຫຼວງພະບາງ, ວັນທີ່ 26 – 27 ຕຸລາ 2016, ສະຖານທີ່ຄັດເລືອກນັກສະແດງ ແມ່ນຢູ່ ໂຮງແຮມ ແກຣນຫຼວງພະບາງ.
– ພາກກາງ ,ນະຄອນຫຼວງວຽງຈັນ, ວັນທີ່ 19 – 25 ຕຸລາ 2016, ສະຖານທີ່ຄັດເລືອກນັກສະແດງ ແມ່ນຢູ່ສະໂມສອນ ສິລະປະ ສາຍຂອງ
– ພາກໃຕ້ , ແຂວງ ຈຳປາສັກ, ວັນທີ່ 29 –30 ຕຸລາ 2016, ສະຖານທີ່ຄັດເລືອກນັກສະແດງ ແມ່ນຢູ່ ໂຮງແຮມ ຈຳປາສັກແກຣນ.
– ປະກາດລາຍຊື່ຜູ້ຜ່ານການຄັດເລືອກຮອບສຸດທ້າຍ ທີ່ ແຂວງນະຄອນຫຼວງວຽງຈັນ , ໃນວັນທີ່ 2 -5  ພະຈິກ  2016 ສະຖານທີ່ ຫໍວັດທະນະທຳແຫ່ງຊາດ ເຊິ່ງມີຜູ້ກຳກັບຈີນເຂົ້າຮ່ວມ.
– ນັກສະແດງທີ່ຈະໄດ້ຮັບການຄັດເລືອກຈາກຜູ້ກຳກັບຂອງຊອ່ງ CCTV ປະເທດຈີນ ແລະ ອາຈານທີ່ມີປະສົບການສູງໃນດ້ານສີລະປະ ໃນ ສປປ ລາວ
– ໃນວັນທີ 10 ພະຈິກ 2016 ຜູ້ທີ່ໄດ້ຜ່ານການຄັດເລືອກຈະໄດ້ເດີນທາງໄປຝຶກອົບຮົມຢູ່ ສປ ຈີນ.
ສຳຫຼັບຜູ້ທີ່ຜ່ານການຄັດເລືອກ
1. ນັກສະແດງທີ່ຜ່ານການຄັດເລືອກຈະໄດ້ໄປຝຶກອົບຮົມ ຢູ່ ສປ ຈີນ.
2. ຜົນການຄັດເລືອກສາມາດມີໂອກາດກາຍເປັນນັກສະແດງທີມີຊື່ສຽງຂອງປະເທດໄດ້ຈະໄດ້ຮັບການເຊັນສັນຍາ ຈາກທາງຄ້າຍ ສະໂມສອນ ສິນລະປະ ສາຍຂອງ ແລະຈະມີເງີນເດືອນ ຕາມຄວາມສາມາດ
ໝາຍເຫດ : ນັກສະແດງທີ່ຜ່ານການຄັດເລືອກມາຈາກຕ່າງແຂວງ ຫາກຍັງບໍ່ມີທີ່ພັກໃຫ້ແຈ້ງທີມງານກ່ອນລວ່ງຫນ້າ ເພາະທາງພວກເຮົາຈະໄດ້ຈັດທີ່ພັກໄວ້ໃຫ້
ສົນໃຈຕິດຕໍ່ເບີໂທ 020 56222565, 020 96888958 ຫຼື Inbox ມາທາງ Facebook.
-ສະຖານທີ່ຕິ້ງສະໂມສອນ ສີລະປະ ສາຍຂອງ: ໜ່ວຍ 9, ບ້ານສີສະຫວາດ,ເມືອງຈັນທະບຸລີ, ນະຄອນຫຼວງວຽງຈັນ.

ຂ່າວຈາກ: ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...