spot_img
Homeຂ່າວຕ່າງປະເທດມຽນມ້າ ຍຶດຢາເສບຕິດຈຳນວນມະຫາສານ ທີ່ຝັງຢູ່ໃຕ້ດິນໃນເຂດສາມຫຼ່ຽມຄຳ

ມຽນມ້າ ຍຶດຢາເສບຕິດຈຳນວນມະຫາສານ ທີ່ຝັງຢູ່ໃຕ້ດິນໃນເຂດສາມຫຼ່ຽມຄຳ

Published on

 

ທາງການມຽນມ້າ ຍຶດຢາເສບຕິດມູນລ່າກ່ວາ 7.3 ລ້ານໂດລາສະຫະລັດ ໃນປ່າຂອງເຂດສາມຫຼ່ຽມຄຳ ໂດຍເຈົ້າໜ້າທີ່ຕຳ

ຫລວດໄດ້ເປີດເຜີຍໃນວັນທີ 12 ສິງຫາ 2014 ທີ່ຜ່ານມາວ່າ ເຈົ້າໜ້າທີ່ທະຫານ ແລະ ຕຳຫລວດ ໄດ້ສົນທິກຳລັງກັນ ເຂົ້າ

ປະຕິບັດການໃນເຂດລັດຊານຕາເວັນອອກ ເຊິ່ງໄດ້ຂຸດເອົາຢາເສບຕິດຈຳນວນມະຫາສານ ທີ່ຖືກຝັງຢູ່ໃຕ້ດິນ ອັນປະ

ກອບດ້ວຍ ເຮໂລອິນ, ຝິ່ນ ແລະ ຢາບ້າເກືອບ 2 ລ້ານເມັດ.

 

ມຽນມ້າໄດ້ຈັບຍຶດຢາເສບຕິດຈຳນວນມະຫາສານຫຼາຍຄັ້ງໃນປີນີ້ ໃນຄວາມພະຍາຍາມທີ່ຈະຄວບຄຸມການຂະຫຍາຍຕົວ

ຂອງການຄ້າຢາເສບຕິດ ທີ່ຫຼັ່ງໄຫຼເຂົ້າມາໃນພື້ນທີ່ ທັງເຮໂລອິນ ແລະ ຢາບ້າ.

 

ສຳນັກງານວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳແຫ່ງສະຫະປະຊາຊາດ (UNODC) ໄດ້ລະບຸວ່າ 10% ຂອງຝິ່ນໃນໂລກນີ້

ຖືກຜະລິດຂຶ້ນໃນມຽນມ້າ ເຊິ່ງເຮັດໃຫ້ມຽນມ້າກາຍເປັນຜູ້ຜະລິດຢາເສບຕິດລາຍໃຫຍ່ອັນດັບ 2 ຂອງໂລກ ຮອງຈາກອັບ

ການິດສະຖານ.

 

ໃນເດືອນມິຖຸນາ 2014 ທີ່ຜ່ານມາ ລັດຖະບານມຽນມ້າ ໄດ້ເຜົາທຳລາຍຢາເສບຕິດທີ່ຍຶດໄດ້ປະມານ 130 ລ້ານໂດລາ ທີ່ປະ

ກອບໄປດ້ວຍ ຝິ່ນ 1.3 ໂຕນ, ເຮໂຣອິນ 225 ກິໂລ ແລະ ຢາບ້າອີກ 1.2 ລ້ານໂຕນ ເນື່ອງໃນວັນຕ້ານຢາເສບຕິດໂລກ.

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...