spot_img
Homeຂ່າວຕ່າງປະເທດມຽນມ້າອອກໃບ 5 ພັນຈ໊າດຮຸ່ນໃໝ່ທັນສະໄໝ ລາຍຊ້າງເຜືອກ

ມຽນມ້າອອກໃບ 5 ພັນຈ໊າດຮຸ່ນໃໝ່ທັນສະໄໝ ລາຍຊ້າງເຜືອກ

Published on

 

ທະນາຄານແຫ່ງຊາດມຽນມ້າ ອອກທະນາບັດຮຸ່ນໃໝ່ທີ່ມີຄຸນນະພາບຄວາມປອດໄພສູງ ຕາມມາດຕະຖານສາກົນ

ເພື່ອສົ່ງເສີມລະບົບການເງິນທີ່ທັນສະໄໝ ໃຫ້ສອດຄ່ອງກັບວັດຖຸປະສົງຂອງລັດ ທີ່ຈະພັດທະນາລະບົບເສດຖະກິດ

ຕະຫລາດ.

 

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 19 ກັນຍາ 2014 ຜ່ານມານີ້ວ່າ ທະນາຄານແຫ່ງຊາດມຽນມ້າ ຈະເລີ່ມ

ນຳໃຊ້ທະນະບັດໃບ 5,000 ຈ໊າດ ຮຸ່ນໃໝ່ ໃນລະບົບການເງິນຂອງປະເທດ ນັບຕັ້ງແຕ່ວັນທີ 1 ຕຸລາ 2014 ເປັນຕົ້ນ

ໄປ ໃນຂະນະທີ່ທະນາບັດສະບັບລະ 5,000​ ຈ໊າດ ທີ່ຜະລິດຂຶ້ນເມື່ອປີ 2009 ນັ້ນ ຍັງຄົງສາມາດນຳໃຊ້ໄດ້ປົກກະຕິ.

 

ທະນາບັດໃບ 5,000 ຈ໊າດ ຮຸ່ນໃໝ່ນີ້ ມາພ້ອມກັບການຮັກສາຄວາມປອດໄພແບບໃໝ່ ໂດຍມີພາບລາຍນ້ຳໃໝ່

ແລະ ມີຊັ້ນປ້ອງກັນເຄືອບຢູ່ທັງສອງດ້ານຂອງທະນາບັດ ເພື່ອເສີມສະຖານະຄວາມປອດໄພ, ມີຄຸນນະພາບ ແລະ

ຍືດອາຍຸການນຳໃຊ້ ພ້ອມທັງປ້ອງກັນການປອມແປງ.

 

ແຖບສີໂລຫະໃນເນື້ອເຈ້ຍແບບສະຫລັບສີ ຍັງຖືກເພີ່ມເຂົ້າໄປໃນແນວຕັ້ງຂອງທະນາບັດ ແທນທີ່ແຖບສີໂລຫະ

ຕາມປົກກະຕິໃນໃບ 5,000 ຈ໊າດໃນເມື່ອກ່ອນ ໂດຍຈະມີຄວາມກວ້າງຂຶ້ນກ່ວາເກົ່າ ແລະ ມີສີສະຫລັບຈາກສີຄຳ

ໄປຫາສີຂຽວ ເມື່ອເບິ່ງທະນາບັດຈາກມູມທີ່ແຕກຕ່າງກັນ.

 

ຝັ່ງຂວາຂອງທະນາບັດ ແມ່ນມີຮູບລາຍນ້ຳຮູບຊ້າງເຜືອກ ທີ່ປະກົດຂຶ້ນເມື່ອນຳທະນາບັດມາສ່ອງຜ່ານແສງສະ

ຫວ່າງ ພ້ອມກັບມີການເຄືອບຊັ້ນທະນາບັດເພື່ອຊ່ວຍຍືດອາຍຸການໃຊ້ງານ, ປ້ອງກັນຈາກການເປື່ອຍຈາກ

ຄວາມຊື້ນ ແລະ ຂອງແຫລວອີກດ້ວຍ.

 

557000011132101
ດ້ານໜ້າ
557000011132102
ດ້ານຫລັງ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...