spot_img
Homeຂ່າວພາຍ​ໃນມີແຮງງານລາວຫຼາຍກວ່າ 1,5 ແສນ​ຄົນ ເຮັດວຽກຢູ່ປະເທດໄທ ແບບບໍ່ຖືກກົດໝາຍ!

ມີແຮງງານລາວຫຼາຍກວ່າ 1,5 ແສນ​ຄົນ ເຮັດວຽກຢູ່ປະເທດໄທ ແບບບໍ່ຖືກກົດໝາຍ!

Published on

Image.aspx

ຫົວໜ້າກົມສົ່ງສົມວຽກເຮັດງານທຳ, ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ, ໃຫ້ສຳພາດ ຕໍ່ນັກ ຂ່າວພວກ ເຮົາໃນວັນທີ 6 ພຶດສານີ້ວ່າ: ປັດຈຸບັດມີ ແຮງງານລາວໄປເຮັດວຽກຢູ່ປະ ເທດໄທປະມານ 2 ແສນກວ່າ ຄົນ, ໃນນັ້ນເຮັດ ວຽກແບບຖືກກົດໝາຍປະມານ 20 ພັນກວ່າຄົນເທົ່ານັ້ນ, ສ່ວນທີ່ເຫຼືອແມ່ນ ເຮັດວຽກແບບບໍ່ ຖືກຕາມລະບຽບກົດໝາຍ ແລະ ເພື່ອແກ້ໄຂບັນແຮງງານທີ່ ບໍ່ຖີກຕ້ອງດັ່ງກ່າວປັດຈຸບັນກະຊວງແຮງແຮງ, ກໍຄືລັດຖະບານຂອງສອງປະເທດ ໄດ້ມີການປຶກສາຫາລື ແລະ ເຮັດວຽກຮ່ວມກັນເພື່ອເຮັດໃຫ້ແຮງງານເຫຼົ່ານັ້ນໄດ້ເຮັດ ວຽກແບບຖືກຕ້ອງຕາມກົດໝາຍ, ທາງລັດຖະ ບານໄດ້ແຕ່ງຕັ້ງຄະນະສະເພາະກິດໜຶ່ງຊຶ່ງປະກອບມີກະຊວງ ການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມ ສະຫງົບ, ເພື່ອໄປຕິດຕາມແຮງງານລາວທີ່ເຮັດວຽກຢູ່ໄທ, ນັບ ແຕ່ເດືອນມັງກອນເປັນຕົ້ນມາ, ດ້ວຍການປັບແປງສະຖານະ ພາບຂອງ ແຮງງານໃຫ້ຖືກຕ້ອງຕາມກົດໝາຍ ແລະ ມາຮອດປັດຈຸບັນພາກສ່ວນກ່ຽວຂອງສາມາດ ປັບແປງສະຖານະພາບ
ຂອງແຮງ ງານແລ້ວ 26 ພັນກວ່າຄົນ, ເຖິງຢ່າງໃດກໍຕາມຈາກຕົວແລກ ຂອງແຮງງານທີ່ມີຂື້ນທະບຽນແລ້ວເຫັນວ່າ: ຍັງມີ ແຮງງານຫຼາຍ ກວ່າ 1,5 ແສນ ຄົນ, ຊຶ່ງຈະຕ້ອງໄດ້ສືບຕໍ່ປັບປ່ຽນສະຖານະພາບຂອງເຂົາເຈົ້າໃຫ້ຖີກຕ້ອງຕາມກົດໝາຍ, ຊຶ່ງຕາມ ແຜນແລ້ວ ເຮັດງານສາມາດມາປ່ຽນສະຖານະພາບໄດ້ມື້ໜຶ່ງປະມານ 500 ຄົນ ແລະ ຄາດວ່າຈະ ສຳເລັດພາຍໃນ 6 ເດືອນ, ການປັບປຸງ ສະຖານະພາບດັ່ງກ່າວ, ນອກຈາກຈະເຮັດໃຫ້ແຮງງານໄດ້ຮັດວຽກແບບຖືກຕ້ອງຕາມກົດໝາຍແລ້ວ, ມັນຊ່ວຍໃຫ້ລັດຖະ ບານທັງສອງປະເທດຮູ້ຮັບຢ່າງເປັນທາງການ ແລະ ມັນຈະເປັນຜົນປະໂຫຍດໂດຍກົງໃນການ ປົກປ້ອງຕາມສິດ ແລະ ຜົນ ປະໂຫຍດຂອງເຂົາເຈົ້າເອງຕາມກົດໝາຍຂອງສອງປະເທດ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...