spot_img
Homeຂ່າວພາຍ​ໃນມິດສາຊີບແອບອ້າງເອົາຊື່ທະນາຄານມາສ້າງ ເພຈປອມ ແລ້ວເຄື່ອນໄຫວໂຄສະນາຊວນເຊື່ອວ່າມີການປ່ອຍເງິນກູ້ໃນຮູບແບບອອນລາຍ

ມິດສາຊີບແອບອ້າງເອົາຊື່ທະນາຄານມາສ້າງ ເພຈປອມ ແລ້ວເຄື່ອນໄຫວໂຄສະນາຊວນເຊື່ອວ່າມີການປ່ອຍເງິນກູ້ໃນຮູບແບບອອນລາຍ

Published on

ທະນາຄານແຫ່ງ ສປປ ລາວ ອອກຫນັງສືແຈ້ງການເຕືອນພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ, ຕະຫຼອດຮອດຜູ້ທີ່ຢູ່ ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ໃຫ້ມີສະຕິລະວັງຕົວ ຕໍ່ການເຄື່ອນໄຫວຂອງມິດສາຊີບທີ່ແອບອ້າງເອົາຊື່ທະນາຄານທຸລະກິດມາສ້າງ ເພຈປອມ ແລ້ວເຄື່ອນໄຫວໂຄສະນາຊວນເຊື່ອວ່າມີການປ່ອຍເງິນກູ້ໃນຮູບແບບອອນລາຍ.

ຫ້ອງການ ທະນາຄານແຫ່ງ ສປປ ລາວ (ທຫລ) ຂໍແຈ້ງມາຍັງທ່ານຊາບວ່າ: ໃນປັດຈຸບັນໄດ້ມີມິດສາຊີບ ຈໍານວນຫນຶ່ງເຄື່ອນໄຫວແອບອ້າງເອົາຊື່ທະນາຄານທຸລະກິດ ຊຶ່ງປະກອບມີ ທະນາຄານພັດທະນາລາວ ແລະ ທະນາຄານ ຮ່ວມພັດທະນາ ມາສ້າງເພຈປອມຢູ່ Facebook ແລ້ວເຄື່ອນໄຫວໂຄສະນາວ່າສາມາດປ່ອຍເງິນກູ້ໃນຮູບແບບອອນ ລາຍ ໂດຍມີຂັ້ນຕອນອະນຸມັດທີ່ວ່ອງໄວ, ການກູ້ຢືມແມ່ນງ່າຍດາຍ ພຽງແຕ່ຕ້ອງການບັດປະຈໍາຕົວ ເເລະ ປື້ມສໍາ ມະໂນຄົວ ກໍ່ໄດ້ຮັບເງິນກູ້ທັນທີພາຍໃນເວລາ 30 ນາທີ. ເພຈດັ່ງກ່າວໄດ້ນໍາໃຊ້ໂລໂກ້ທະນາຄານ, ຮູບພາບອົງກອນ, ວີດີໂອ ແລະ ພະນັກງານຂອງທະນາຄານ ໃນການໂຄສະນາດັ່ງກ່າວ, ຜູ້ທີ່ສົນໃຈກູ້ເງິນແມ່ນຕ້ອງໄດ້ໂອນເງິນຊໍາລະຄ່າ ທໍານຽມກ່ອນ ໂດຍອ້າງວ່າຈະໄດ້ຮັບຄ່າທໍານຽມດັ່ງກ່າວຄືນພ້ອມກັບເງິນກູ້, ຜູ້ທີ່ຫຼົງເຊື່ອໂຄສະນາດັ່ງກ່າວ ເມື່ອໂອນ ເງິນຄ່າທໍານຽມແລ້ວ ຈະຖືກບຼອກເບີທັນທີ.

ສະນັ້ນ, ຫ້ອງການ ທຫລ ຂໍຖືເປັນກຽດແຈ້ງມາຍັງ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ, ຕະຫຼອດຮອດຜູ້ທີ່ຢູ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ຈົ່ງມີສະຕິລະວັງຕົວ ແລະ ບໍ່ໃຫ້ ຫຼົງເຊື່ອຕໍ່ການໂຄສະນາລັກສະນະດັ່ງກ່າວ. ທະນາຄານແຫ່ງ ສປປ ລາວ ຍັງບໍ່ໄດ້ອະນຸຍາດໃຫ້ທະນາຄານທຸລະກິດໃດ ໃນ ສປປ ລາວ ປ່ອຍກູ້ຜ່ານລະບົບອອນລາຍ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...