spot_img
Homeຂ່າວຕ່າງປະເທດມາເລເຊຍປະກາດ ກຽມຈັດສັນງົບປະມານເພື່ອແຈກຢາຍປະຊາຊົນ

ມາເລເຊຍປະກາດ ກຽມຈັດສັນງົບປະມານເພື່ອແຈກຢາຍປະຊາຊົນ

Published on

ຜູ້ນຳຂອງປະເທດມາເລເຊຍປະກາດ ກຽມຈັດສັນງົບປະມານເພີ່ມອີກຈຳນວນ 630 ຣິງກິດ ເພື່ອແຈກຢາຍ ແລະ ຊ່ວຍເຫຼືອປະຊາຊົນຜູ້ທີ່ມີລາຍໄດ້ຕ່ຳ.

ທ່ານນາຍົກລັດທະມົນຕີ ອິດມາອິວ ຊາບຣີ ຢາຄັອບ ຖະແຫຼງການຜ່ານທາງສະຖານີໂທລະທັດຂອງລັດທະບານວ່າ: ລັດຖະບານກຽມຈັດສັນງົບປະມານເພີ່ມອີກ 630 ລ້ານຣິງກິດ ຫຼື ປະມານ 140 ລ້ານໂດລາ, ໃນການແຈກເປັນເງິນສົດ ໃຫ້ແກ່ຄອບຄົວທີ່ມີລາຍໄດ້ໜ້ອຍທົ່ວປະເທດ ຫຼື ກຸ່ມ B40 ນັບຕັ້ງແຕ່ເດືອນນີ້ເປັນຕົ້ນໄປ ເພື່ອບັນຫາກ່ຽວກັບບັນຫາຄ່າຄອງຊີບ ແລະ ລາຄາອາຫານທີ່ສູງຂື້ນຕາມໂຄງການ BKM ຫຼື ການແຈກເງິນສົດໃຫ້ປະຊາຊົນຜູ້ມີລາຍໄດ້ໜ້ອຍຈຳນວນ 8.6 ລ້ານຄົນໂດຍກົງ ເຊິ່ງລັດທະບານມາເລເຊຍ ລິເລີ່ມໂຄງການໃນງົບປະມານປີ 2022 ທີ່ຜ່ານມາ ໂດຍຄາດວ່າຈະສາມາດແຈກເງິນໃຫ້ປະຊາຊົນກຸ່ມນີ້ໄດ້ປະມານ 2,500 ຣິງກິດ ຫຼື ປະມານ 550 ໂດລາຕໍ່ຄົນ/ປີ.

ສຳລັບ ງົບປະມານເພີ່ມເຕີມທີ່ປະກາດລ່າສຸດນີ້ ຄາດວ່າຈຳນຳໄປແຈກຈ່າຍໃຫ້ປະຊາຊົນປະມານ 4 ລ້ານຄອບຄົວໃນຈຳນວນນີ້ ເປັນກຸ່ມປະຊາກອນກຸ່ມຜູ້ສູງອາຍຸ, ຜູ້ທີ່ແຕ່ງງານແລ້ວ ແລະ ປະຊາກອນທີ່ຍັງໂສດ ໂດຍຈະເລີ່ມແຈກວັນທີ 27 ມິຖຸນານີ້.

ແຫຼ່ງຂ່າວຈາກ ຊີເອັນເອ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...