spot_img
Homeຂ່າວຕ່າງປະເທດມາເພື່ອປາບຢາເສບຕິດ! ດູເຕີເຕ ກຽມປະກາດໃຊ້ກົດໝາຍ ຫ້າມສູບຢາໃນພື້ນທີ່ສາທາລະນະທຸກແຫ່ງ!

ມາເພື່ອປາບຢາເສບຕິດ! ດູເຕີເຕ ກຽມປະກາດໃຊ້ກົດໝາຍ ຫ້າມສູບຢາໃນພື້ນທີ່ສາທາລະນະທຸກແຫ່ງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ຕຸລາຜ່ານມານີ້ວ່າ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ກຽມເຊັນປະກາດໃຊ້ ກົດໝາຍຄວບຄຸມຢາສູບ ໂດຍຈະຫ້າມປະຊາຊົນສູບຢາ ໃນພື້ນທີ່ສາທາລະນະທຸກແຫ່ງ ໃນຂອບເຂດທົ່ວປະເທດ ບໍ່ວ່າຈະເປັນສວນສາທາລະນະ, ປ້າຍລົດເມ ຈົນເຖິງໃນຍານພາຫະນະ ເຫລົ່ານີ້ເປັນຕົ້ນ ຊຶ່ງຈະກາຍເປັນກົດໝາຍຄວບຄຸມຢາສູບ ທີ່ມີຄວາມເຂັ້ມງວດທີ່ສຸດໃນພາກພື້ນ.

ທ່ານ ພໍລິນ ຍິນ ໂຣເຊວ-ອູບຽນ ລັດຖະມົນຕີກະຊວງສາທາລະນະສຸກຟິລິບປິນ ໄດ້ໃຫ້ສຳພາດກັບສຳນັກຂ່າວຣອຍເຕີ ໃນວັນທີ 11 ຕຸລາຜ່ານມານີ້ວ່າ ກົດໝາຍຄວບຄຸມຢາສູບສະບັບນີ້ ຄາດວ່າຈະໄດ້ຮັບການລົງນາມໂດຍ ປະທານາທິບໍດີ ດູເຕີເຕ ພາຍໃນທ້າຍເດືອນຕຸລາ ແລະ ຈະມີຜົນບັງຄັບໃຊ້ທັນທີ ໃນເດືອນພະຈິກປີນີ້.

ທັງນີ້ ອີງຕາມບົດລາຍງານຂອງ ມູນນິທິ SEATCA (Southeast Asia Tobacco Control Alliance) ໄດ້ລາຍງານໃນປີ 2014 ຜ່ານມາພົບວ່າ ມີຊາວຟິລິບປິນສູບຢາກວ່າ 17 ລ້ານຄົນ ຊຶ່ງກວມເອົາເກືອບ 1/3 ຂອງຈຳນວນປະຊາກອນຜູ້ໃຫຍ່ທັງໝົດ ແລະ ຫລາຍເປັນອັນດັບທີ 2 ຂອງອາຊຽນ ຮອງຈາກປະເທດອິນໂດເນເຊຍ.

A smoker places a cigarette stub on a tray filled with stubs beside a road in Las Pinas

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...