ມາດຕະການໂຄວິດໃນໄທທີ່ໃຊ້ຮອງຮັບນັກທ່ອງທ່ຽວ

0
520

ວັນທີ 5 ມັງກອນ 2023 ໄທ ໄດ້ອອກມາດຕະການໂຄວິດ-19 ໂດຍລະບຸມາດຕະການໃໝ່ສຳລັບນັກທ່ອງທ່ຽວຕ່າງປະເທດທຸກໆປະເທດທີ່ຈະເດີນທາງເຂົ້າປະເທດໄທ ເຊິ່ງເລີ່ມວັນທີ 9 ມັງກອນ 2023 ເພື່ອເປັນການຮອງຮັບນັກທ່ອງທ່ຽວຈີນທີ່ຫຼັ່ງໄຫຼເຂົ້າມາ ແລະ ເປັນການປ້ອງກັນການແຜ່ລະບາດຂອງໂຄວິດ-19.

  1. ຜູ້ເດີນທາງທີ່ມີອາຍຸຫຼາຍກວ່າ 18 ປີ ຕ້ອງສະແດງບັດສັກວັກຊີນປ້ອງກັນໂຄວິດ-19 ຢ່າງໜ້ອຍ 2 ເຂັມ ຖ້າຫາກເຄີຍຕິດໂຄວິດ-19 ຕ້ອງສະແດງໃບຮັບຮອງຈາກແພດວ່າເຊົາແລ້ວບໍ່ເກີນ 180 ມື້, ສຳລັບຜູ້ທີ່ບໍ່ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຕ້ອງມີໜັງສືຮັບຮອງຈາກແພດ.
  2. ຜູ້ເດີນທາງທີ່ມາຈາກປະເທດທີ່ຕ້ອງການຜົນກວດ RT- PCR ເປັນລົບກ່ອນກັບເຂົ້າປະເທດ ຈະຕ້ອງມີປະກັນໂຄວິດ-19 ຕະຫຼອດໄລຍະທີ່ຢູ່ໃນປະເທດໄທ ແລະ ກໍລະນີທີ່ຕິດເຊື້ອໂຄວິດ-19ຈະຕ້ອງເພີ່ມປະກັນອີກ 7 ມື້.
  3. ຜູ້ທີ່ຖືໜັງສືເດີນທາງໄທ ຈະໄດ້ຮັບການຍົກເວັ້ນ ໂດຍບໍ່ຕ້ອງປະຕິບັດຕາມຂໍ້ກຳນົດທັງໝົດ.
  4. ຜູ້ທີ່ເດີນທາງໄປຫາຈຸດໝາຍປະເທດອື່ນ ຈະໄດ້ຮັບການຍົກເວັ້ນ ເຊັ່ນ ຈະເດີນທາງໄປປະເທດອື່ນ ໂດຍມີການຕໍ່ຍົນທີ່ປະເທດໄທ ຈະໄດ້ຮັບການຍົກເວັ້ນມາດຕະການນີ້.
  5. ສາຍການບິນຕ້ອງກວດເອກະສານທີ່ຈຳເປັນ ແລະ ມີໜ້າທີ່ປະຕິເສດຜູ້ໂດຍສານທີ່ບໍ່ຜ່ານຕາມຂໍ້ກຳນົດ.
  6. ສາຍການບິນຕ້ອງຂໍໃຫ້ຜູ້ໂດຍສານໃສ່ໜ້າກາກອະນາໄມໃນຂະນະທີ່ຢູ່ເທິງເຮືອບິນ ຍົກເວັ້ນເວລາກິນອາຫານ.
  7. ຜູ້ໂດຍສານທີ່ສົງໄສວ່າຕິດເຊື້ອໂຄວິດ-19 ຈະໄດ້ຮັບການກວດໂຄວິດເມື່ອເຮືອບິນລົງຈອດ.

ແຫຼ່ງຂ່າວ Khaosod English