Homeຂ່າວຕ່າງປະເທດອິນເດຍແຊງຍີ່ປຸ່ນຂຶ້ນເປັນຕະ​ຫຼາດ​ລົດ​​ອັນ​ດັບ 3 ຂອງ​ໂລກ

ອິນເດຍແຊງຍີ່ປຸ່ນຂຶ້ນເປັນຕະ​ຫຼາດ​ລົດ​​ອັນ​ດັບ 3 ຂອງ​ໂລກ

Published on

ອິນເດຍແຊງຍີ່ປຸ່ນຂຶ້ນເປັນຕະ​ຫຼາດ​ລົດທີ່ໃຫຍ່ເປັນ​​ອັນ​ດັບ 3 ຂອງ​ໂລກ ດ້ວຍຍອດຂາຍໃນປີ 2022 4,25 ລ້ານຄັນ ໂດຍລົດສ່ວນຫຼາຍເປັນລົດໃຊ້ນ້ຳມັນ.

ວັນທີ 7 ມັງກອນ 2023 Nikkei Asia ໄດ້ລາຍງານວ່າ: ຍອດຂາຍລົດຂອງອິນເດຍໃນປີ 2022 ສູງກວ່າຍີ່ປຸ່ນແລ້ວ ເຮັດໃຫ້ອິນເດຍກ້າວຂຶ້ນເປັນຕະຫຼາດລົດທີ່ໃຫຍ່ເປັນອັນດັບ 3 ຂອງໂລກແທນຍີ່ປຸ່ນ.

ຂໍ້ມູນທີ່ອຸດສາຫະກຳລົດໄດ້ເປີດເຜີຍອອກມາ ປະກອບມີຂໍ້ມູນລາຍງານຂອງສະມາຄົມຜູ້ຜະລິດລົດແຫ່ງອິນເດຍລະບຸວ່າ ໃນລະຫວ່າງເດືອນມັງກອນ ຫາ ເດືອນພະຈິກ 2022 ຍອດການສົ່ງມອບລົດໃນອິນເດຍແມ່ນ 4,13 ຄັນ ເມື່ອບວກຍອດຂາຍໃໝ່ໃນເດືອນທັນວາຂອງ Maruti Suzuki ຜູ້ຜະລິດລົດລາຍໃຫຍ່ທີ່ສຸດຂອງອິນເດຍ ໄດ້ລວມຍອດຂາຍໝົດປີປະມານ 4,25 ລ້ານຄັນ ເຊິ່ງອິນເດຍໄດ້ແຊງໜ້າຍີ່ປຸ່ນ ທີ່ມີຍອດຂາຍ 4,20 ລ້ານຄັນ.

ໃນຍອດຂາຍດັ່ງກ່າວ ສ່ວນຫຼາຍແມ່ນລົດທີ່ໃຊ້ນ້ຳມັນ ແລະ ລົດໄຮບຣິດເປັນຫຼັກ ລົດໄຟຟ້າແມ່ນຈຳນວນໜ້ອຍ ເຊິ່ງມັນສະແດງໃຫ້ເຫັນວ່າຜູ້ບໍລິໂພກໃນອິນເດຍສ່ວນໃຫຍ່ຍັງນິຍົມເປັນລົດທີ່ໃຊ້ນ້ຳມັນ ແລະ ລົດໄຮບຣິດ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...