spot_img
Homeຂ່າວພາຍ​ໃນມອບ-ຮັບ ອາຄານຫຼັງໃໝ່ທະນາຄານແຫ່ງ ສປປ ລາວ ສາຂາຫຼວງພະບາງ

ມອບ-ຮັບ ອາຄານຫຼັງໃໝ່ທະນາຄານແຫ່ງ ສປປ ລາວ ສາຂາຫຼວງພະບາງ

Published on

6-1

ອາຄານຫຼັງໃໝ່ຂອງ ທະນາຄານແຫ່ງ ສປປ ລາວ ສາຂາແຂວງຫຼວງພະບາງ ທີ່ຕັ້ງຢູ່ບ້ານສຳພັນ ເມືອງ ແລະ  ແຂວງຫຼວງພະບາງໄດ້ເລີ່ມ ລົງມືກໍ່ສ້າງມາແຕ່ຕົ້ນ ເດືອນ ມັງກອນ 2013 ໂດຍແມ່ນບໍລິ ສັດ ຮຸ່ງວິໄລກໍ່ສ້າງ ເປັນຜູ້ຮັບ ເໝົາກໍ່ສ້າງ ແລະ ເປັນຜູ້ລົງທຶນ ກ່ອນ, ມາຮອດຕົ້ນເດືອນທັນວາ 2015 ຈຶ່ງສຳເລັດ ແລະ ໄດ້ຈັດ ພິທີ ມອບ – ຮັບ ຢ່າງເປັນທາງ ການລະຫວ່າງຜູ້ຮັບເໝົາກໍ່ສ້າງ ກັບເຈົ້າຂອງໂຄງການ ຊຶ່ງໄດ້ຈັດ ຂຶ້ນໃນວັນທີ 11 ທັນວາຜ່ານມາ ນີ້ໂດຍການໃຫ້ກຽດເຂົ້າຮ່ວມ ມີທ່ານ ດຣ. ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປ ປ ລາວ, ທ່ານ ຄຳຂັນ ຈັນທະ ວີສຸກ ເຈົ້າແຂວງຫຼວງພະບາງ, ມີການນຳເມືອງ, ພະແນກ ການຕ່າງໆອ້ອມຂ້າງ ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ທ່ານ ສີສັກ ຮຸ່ງວິໄລ ຜູ້ອຳນວຍການບໍລິສັດ ຮຸ່ງວິໄລ ກໍ່ສ້າງ ໄດ້ລາຍງານສະພາບ ການກໍ່ສ້າງຂອງອາຄານດັ່ງ ກ່າວວ່າ: ອາຄານຫ້ອງການຫຼັງ ໃໝ່ນີ້ປະກອບມີ 4 ຊັ້ນ, ມີ 25 ຫ້ອງ ແລະ ອາຄານສະໂມສອນ ເປັນອາຄານ 3 ຊັ້ນ ຊຶ່ງໄດ້ເລີ່ມ ລົງມືກໍ່ສ້າງມາແຕ່ວັນທີ 5 ມັງ ກອນ 2013 ກຳນົດການກໍ່ສ້າງ ໃຫ້ແລ້ວພາຍໃນ 28 ເດືອນ, ມາຮອດຕົ້ນເດືອນທັນວາ 2015 ນີ້ຈິ່ງສຳເລັດ. ສຳລັບອາຄານ ຫ້ອງການມີຂະໜາດ 30×50 ແມັດ, ກວມເນື້ອທີ່ທັງໝົດ 6.000 ຕາແມັດ ອາຄານຫ້ອງ ປະຊຸມ 1 ຫຼັງ, ມີຂະໜາດ 39 x 47 ແມັດ ສາມາດບັນຈຸໄດ້ 300 ຄົນ, ໂຄງສ້າງຂອງອາ ຄານທັງສອງເຮັດດ້ວຍເບຕົງ ເສີມເຫຼັກ, ຫຼັງຄາເຮັດດ້ວຍໂຄງເຫຼັກມຸງດ້ວຍ ຊີແພັກ, ປະກອບ ເຄື່ອງເຟີນີເຈີ ແລະ ລະບົບໄຟ ຟ້ານ້ຳປະປາຄົບຊຸດ.
ໂອກາດດັ່ງກ່າວທ່ານຜູ້ ວ່າການທະນາຄານແຫ່ງ ສປປ ລາວ, ທ່ານເຈົ້າແຂວງ ຫຼວງພະບາງ ພ້ອມດ້ວຍແຂກ ທີ່ເຂົ້າຮ່ວມໃນງານໄດ້ໃຫ້ກຽດ ຕັດແຖບຜ້າລັ່ນຄ້ອງ 9 ບາດ ເພື່ອມອບ-ຮັບ ແລະ ເປີດນຳ ໃຊ້ອາຄານຫຼັງໃໝ່ຂອງທະນາ ຄານ ແຫ່ງ ສປປ ລາວ ສາຂາຫຼວງພະບາງຢ່າງເປັນທາງ ການ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...