spot_img
Homeຂ່າວພາຍ​ໃນມອບ-ຮັບ ພາຫະນະລົດໃຫຍ່ ທີ່ນໍາເຂົ້າບໍ່ຖືກຕ້ອງ

ມອບ-ຮັບ ພາຫະນະລົດໃຫຍ່ ທີ່ນໍາເຂົ້າບໍ່ຖືກຕ້ອງ

Published on

ກັກລົດ 4 ຄັນທີ່ນຳເຂົ້າແບບຜິດກົດໝາຍ.

อาจเป็นรูปภาพของ 1 คน, รถยนต์ และ ถนน

ບໍ່ເທົ່າໃດມື້ທີ່ຜ່ານມາ ໄດ້ມີພິທີມອບ-ຮັບພາຫະນະລົດໃຫຍ່ ຢູ່ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ລະຫວ່າງແຂວງໄຊຍະບູລີ ສປປ ລາວ ກັບ ຈັງຫວັດອຸດ ຕະລະດິດ ຣາຊະອານາຈັກໄທ ຈໍານວນ 4 ຄັນຄື: ລົດຍີ່ຫໍ້ ໂຕໂຍຕ້າ ວີໂກ້ (TOYOTA VIGO) ສະມາດແຄັບ ປະເພດກະບະ ສີປອນເງິນ 1 ຄັນ, ລົດຍີ່ຫໍ້ ໂຕໂຍຕ້າ ຣີໂວ (TOYOTA REVO) ສະມາດແຄັບ ປະເພດ ກະບະ ສີຂາວ 1 ຄັນ, ລົດຍີ່ຫໍ້ ໂຕໂຍຕ້າ ວີໂກ້ (TOYOTA VIGO) ປະເພດກະບະ 4 ປະຕູ ສີດໍາ 1 ຄັນ ແລະ ລົດຍີ່ຫໍ້ ອີຊູຊຸ (IZUZU) ປະເພດກະບະ 4 ປະຕູ ສີຂາວ 1 ຄັນ.

อาจเป็นรูปภาพของ 16 คน, ผู้คนกำลังยืน และ กลางแจ้ง

ເຊິ່ງເປັນລົດດັ່ງກ່າວ ທີ່ກຸ່ມຄົນບໍ່ດີໄດ້ລັກລອບນໍາເຂົ້າ ສປປ ລາວ ບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງຕາງໜ້າມອບໂດຍ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ແລະ ແລະ ຮັບໂດຍ ທ່ານ ສາມາດ ອິນທະປັນຍາ ນາຍອໍາເພີບ້ານໂຄກ ຈັງຫວັດອຸດ ຕະລະດິດ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...