spot_img
Homeຂ່າວພາຍ​ໃນມອບ - ຮັບໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ 3 ຈຸດຢູ່ເມືອງສີໂຄດຕະບອງ

ມອບ – ຮັບໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ 3 ຈຸດຢູ່ເມືອງສີໂຄດຕະບອງ

Published on

 

wed20feb3                                                                                                                                                                   ໂຄງການກໍ່ສ້າງເສັ້ນທາງ ເບຕົງເສີມເຫຼັກ ແຕ່ສົ້ນຂົວ ດອນແດງ-ຕານມີໄຊ, ເສັ້ນ ທາງສາມແຍກ ໂພນຕ້ອງ-
ສາມແຍກດອນແດງ ແລະ ເສັ້ນທາງສາມແຍກໂພນຕ້ອງ ສະຫວາດ-ສາມແຍກໜອງ ທາໃຕ້ ຊຶ່ງແມ່ນກຸ່ມບໍລິສັດຕັງ ຈະເລີນຈຳກັດຜູ້ດຽວເປັນຜູ້ ຮັບເໝົາກໍ່ສ້າງນັບແຕ່ຕົ້ນ ເດືອນທັນວາປີ 2011 ເປັນ ຕົ້ນມານັ້ນໄດ້ສຳເລັດບໍລິບູນ ແລະ ໄດ້ຈັດພິທີມອບ-ຮັບ ຢ່າງເປັນທາງການໃນຕອນ ເຊົ້າວັນທີ 19 ກຸມພາ 2013 ນີ້, ໂດຍການກ່າວມອບຂອງ ທ່ານ ຣົວ ແສງອາລຸນ ປະ ທານບໍລິສັດຕັງຈະເລີນຈຳກັດ ຜູ້ດຽວ ແລະ ກ່າວຮັບໂດຍ ທ່ານ ນວນຕາ ຫອມປະທຸມ ຮອງຫົວໜ້າພະແນກໂຍທາທິ ການ ແລະ ຂົນສົ່ງນະຄອນ ຫຼວງວຽງຈັນເຊິ່ງມີທ່ານ ສຸກັນ ມະຫາລາດ ເຈົ້າຄອງນະຄອນ ຫຼວງວຽງຈັນ, ທ່ານຮອງເຈົ້າ ຄອງ, ທ່ານເຈົ້າເມືອງ, ບັນດາ ອຳນວຍການລັດວິສາຫະກິດ ແລະ ບັນດາແຂກທີ່ຖືກເຊີນ ເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການກໍ່ສ້າງເສັ້ນທາງ ເບຕົງເສີມເຫຼັກຂອງເສັ້ນທາງ ດັ່ງກ່າວນັ້ນລວມມີຄວາມ ຍາວທັງໝົດ 8,1 ກິໂລແມັດ, ຄວາມກວ້າງໜ້າທາງ 10-12 ແມັດ, ໜ້າທາງປູເບຕົງເສີມ ເຫຼັກໜາ 23 ຊັງຕີແມັດ, ມີ 3 ຈຸດ, ເສັ້ນທາງ ແລະ ຈຸດປະ ກອບມີທາງຄົນຍ່າງ, ມີລະ ບົບລະບາຍນ້ຳ, ໄຟເຍືອງທາງ, ໄຟອຳນາດ ແລະ ສິ່ງປະກອບ ອື່ນໆ, ເຊິ່ງເປັນການລົງທຶນ ກ່ອນ 100% ຂອງກຸ່ມບໍລິສັດ ຕັງຈະເລີນຈຳກັດຜູ້ດຽວລວມ ມູນຄ່າທັງໝົດ 23,573 ກ່ວາ ລ້ານໂດລາສະຫາລັດ.
ໃນພິທີດັ່ງກ່າວທ່ານ ນວນ ຕາ ຫອມປະທຸມ ຮອງຫົວໜ້າ ພະແນກໂຍທາທິການ ໄດ້ໃຫ້ ການຢືນຢັນວ່າຈະນຳໃຊ້ເສັ້ນທາງດັ່ງກ່າວນີ້ໃຫ້ໄດ້ຮັບຜົນ ປະໂຫຍດສູງສຸດ ແລະ ກຸ້ມ ຄ່າຍາວນານພ້ອມທັງໄດ້ຮຽກ ຮ້ອງໃຫ້ພະນັກງານ-ລັດຖະ ກອນພໍ່ແມ່ປະຊາຊົນ ແລະ ທຸກຊັ້ນຄົນໃນສັງຄົມ ຈົ່ງພ້ອມ ກັນປົກປັກຮັກສາເສັ້ນທາງດັ່ງ ກ່າວນີ້ໃຫ້ສະອາດງາມຕາ ແລະ ໃຊ້ໄດ້ຍາວນານ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...