spot_img
Homeຂ່າວຕ່າງປະເທດພໍ່ຕູ້ຊາວບອສເນຍສ້າງເຮືອນໝູນ 360 ອົງສາເອົາໃຈເມຍຢາກປ່ຽນວິວແຕ່ລະມື້

ພໍ່ຕູ້ຊາວບອສເນຍສ້າງເຮືອນໝູນ 360 ອົງສາເອົາໃຈເມຍຢາກປ່ຽນວິວແຕ່ລະມື້

Published on

ໂວລິນ ຄູຊິກ ຊາຍຊະລາ ໄວ 72 ປີ ທີ່ອາໄສຢູ່ປະເທດ ບອສເນຍ ໄດ້ຄິດຄົ້ນໄອເດຍໃໝ່ເພື່ອເອົາໃຈເມຍຮັກ ດ້ວຍການສ້າງເຮືອນໝູນໄດ້ 360 ອົງສາ ພາຍຫຼັງຜູ້ເປັນເມຍມັກຈົ່ມບໍ່ພໍໃຈເລື່ອງວິວເຮືອນຫຼັງເກົ່າ ພ້ອມຢາກມີເຮືອນທີ່ສາມາດປ່ຽນວິວໄດ້ແບບບໍ່ຊໍ້າກັນ.

ເຮືອນໝູນໄດ້ 360 ອົງສາໄດ້ຮັບການສ້າງຂຶ້ນໃນຮູບແບບເຮືອນສີຂຽວ, ຫຼັງຄາສີແດງ ພື້ນເຮືອນຕິດດ້ວຍມໍເຕີໄຟຟ້າ ໂດຍນຳໃຊ້ກົງລໍ້ເກົ່າຂອງລົດທະຫານມາເຮັດເປັນເຟືອງໝູນ ເຊິ່ງເຮືອນຫຼັງນີ້ສາມາດປັບລະດັບຄວາມໄວໃນການໝູນໄດ້ ໂດຍການໝູນຄົບຮອບດ້ວຍຄວາມໄວສູງສຸດໃຊ້ເວລາພຽງ 22 ວິນາທີເທົ່ານັ້ນ.

ໂວລິນ ຄູຊິກ ກ່າວວ່າ ຕົນບໍ່ໄດ້ຮຽນຈົບສາຂາໃດໆທີ່ກ່ຽວຂ້ອງກັບການກໍ່ສ້າງ ທັງຍັງບໍ່ເຄີຍເຂົ້າຮຽນໃນລະດັບມະຫາວິທະຍາໄລ ແຕ່ໄອເດຍດັ່ງກ່າວເກີດຂຶ້ນພຽງເພື່ອຢາກເຮັດໃຫ້ຜູ້ເປັນເມຍມີຄວາມສຸກ ໂດຍອາໄສປະສົບການທີ່ມີ ເຊິ່ງເຮືອນຫຼັງດັ່ງກ່າວສາມາດໝູນໄປຕາມທິດທີ່ຕົນຕ້ອງການໄດ້.

ຂໍ້ມູນຈາກ: ເວັບໄຊ Mirror

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...