spot_img
Homeຂ່າວຕ່າງປະເທດພ້ອມວາງຂາຍ !! ລັດເຊຍຜະລິດ Carnivac-Cov ວັກຊີນໂຄວິດ-19 ສໍາລັບສັດຄັ້ງທໍາອິດຂອງໂລກ

ພ້ອມວາງຂາຍ !! ລັດເຊຍຜະລິດ Carnivac-Cov ວັກຊີນໂຄວິດ-19 ສໍາລັບສັດຄັ້ງທໍາອິດຂອງໂລກ

Published on

ເມື່ອວັນສຸກທີ 30 ເມສາ 2021 ທີ່ຜ່ານມາໜ່ວຍງານກໍາກັບດູແລສຸຂະອະນາໄມກະສິກໍາຂອງລັດເຊຍໄດ້ປະກາດເລີ່ມຕົ້ນການຜະລິດວັກຊີນຄານິແວັກ-ຄອຟ ຫຼື ວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍເປັນວັກຊີນໂຕທໍາອິດຂອງໂລກທີ່ໃຊ້ປ້ອງກັນພະຍາດໂຄວິດ-19 ໃນສັດ.

ການຖະແຫຼງການຈາກໜ່ວຍງານກໍາກັບດູແລສຸຂະອະນາໄມຂອງລັດເຊຍໄດ້ລະບຸວ່າ ວັກຊີນ Carnivac-Cov ຖຶກຜະລິດຊຸດທໍາອິດເປັນຈໍານວນ 17,000 ໂດສ ທີ່ຜະລິດໂດຍສູນສຸຂະພາບສັດຂອງສະຫະພັນລັດເຊຍ ເຊິ່ງເປັນເຄືອຂ່າຍຂອງໜ່ວຍງານລັດ ໂດຍວັກຊີນນີ້ເປັນທີ່ຕ້ອງການພາຍໃນປະເທດຈໍານວນຫຼາຍ ລວມທັງເປັນທີ່ສົນໃຈຂອງບັນດາບໍລິສັດຕ່າງຊາດອີກດ້ວຍ.

ທັງນີ້ລັດເຊຍຢູ່ລະຫວ່າງການເຈລະຈາຂໍຈົດທະບຽນວັກຊີນ Carnivac-Cov ແບບເລັ່ງດ່ວນໃນຕ່າງປະເທດໂດຍສະເພາະໃນເອີລົບ ຫຼັງຈາກໜ່ວຍງານລັດປະກາດວັນທີ 31 ເມສາ ວ່າ ລັດເຊຍໄດ້ຂື້ນທະບຽນວັກຊີນດັ່ງກ່າວໃນປະເທດເປັນທີ່ຮຽບຮ້ອຍແລ້ວ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...