spot_img
Homeຄົນຈົມນ້ຳພົບສົບຄົນຈົມນ້ຳ ທີ່ບ້ານນາໄຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ພົບສົບຄົນຈົມນ້ຳ ທີ່ບ້ານນາໄຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

Published on

ໃນເວລາປະມານ 12:20 ໂມງຂອງວັນທີ 19 ເມສາ 2023 ໄດ້ຮັບແຈ້ງເຫດມີຄົນລົງຫຼິ້ນນ້ຳແລ້ວສູນຫາຍ​
ຊື່: ທ້າວ​ ອາຫລົງ ອາຍຸ 32 ປີ ອາຊີບ​ ກຳມະກອນ​ ເກີດທີ່ບ້ານຈື່ຢາງ ເມືອງບຸນໃຕ້ ແຂວງຜົ່ງສາລີ ແລະ​ ຜູ້ກ່ຽວໄດ້ມາເຮັດວຽກຢູ່ ທີ່ບ້ານນາໄຫ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ.


ຕາມການລາຍງານເບື້ອງຕົ້ນຂອງປະຊາຊົນທີ່ຢູ່ບໍລິເວນດັ່ງກ່າວໄດ້ລາຍງານວ່າ: ມີຜູ້ຊາຍສອງຄົນ ທີ່ກິນເຂົ້າແລ້ວຕອນສວຍອາກາດມັນຮ້ອນເລີຍລົງຫຼິ້ນນໍ້າຂອງໂດດຢູ່ທ້າຍເຮືອດູດຫີນດູດຊາຍ ຫຼັງຈາກນັ້ນກໍບໍ່ພົບຊາຍອີກຄົນຂຶ້ນມາ.

ຫຼ້າສຸດໃນເວລາປະມານ 11:00 ໂມງຂອງວັນທີ 20 ເມສາ 2023 ເຈົ້າໜ້າທີ່ໜ່ວຍກູ້ໄພໄດ້ທຳການຄົ້ນຫາຈຶ່ງພົບຮ່າງຜູ້ເສຍຊີວິດລອຍຂຶ້ນມາ.

(ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ)

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...