spot_img
Homeຂ່າວພາຍ​ໃນພົບຜູ້ສູນຫາຍ ອີກສອງຄົນສຸດທ້າຍແລ້ວ

ພົບຜູ້ສູນຫາຍ ອີກສອງຄົນສຸດທ້າຍແລ້ວ

Published on

ເກັບກູ້ສົບນັກຮຽນ ທີ່ສຸນຫາຍ ຈາກເຫດການ 26/5 ຄົບແລ້ວ.. ອີງຕາມການຢັ້ງຢືນຂອງ ທ່ານ ຄຳປຸ່ນ ພິມຜາດີ ນາຍບ້ານ ຫົວນາທົ່ງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໃຫຮູ້ວ່າ ໃນເວລາປະມານ 5-6 ໂມງເຊົ້າຂອງວັນທີ 6 ມິຖຸນາ 2015. ມີຊາວປະມົງກຳລັງໄຫລມອງຢູ່ເຂດນ້ຳບ້ານນາປາກວາງ ເມືອງປາກງື່ມ ພົບສົບເດັກນ້ອຍນັກຮຽນ ເພດຊາຍ (ຫ່າງຈາກຈຸດເກີດເຫດປະມານ 10km) ແລະໄດ້ແຈ້ງໃຫ້ອຳນາດການປົກຄອງຊາບແລະທຳການເກັບກູ້ຂື້ນ.

ຜ່ານການຢັ້ງຢືນກໍ່ຮູ້ວ່າ ເປັນສົບຂອງທ້າວ ແສງຈັນ ຂຸນສັກນະລາດ ອາຍຸ 11ປີ ເປັນລູກຂອງທ້າວ ພູວັນ ແລະ ນາງ ຄຳພາ ຂຸນສັກນະລາດ ບ້ານຫົວນາທົ່ງ ພາຍຫລັງເກັບກູ້ສົບຂື້ນມາແລ້ວ ຄອບຄົວພ້ອມດ້ວຍອຳນາດການປົກຄອງກໍໄດ້ທຳພິທີຊາປະນາກິດສົບຢ່ ປ່າຊ້າບ້ານຫົວນາທົ່ງ ໃນວັນດຽວກັນ.

ປະຕິບັດການ ຄົ້ນຫາຜູ້ສູນຫາຍ ຖືວ່າໄດ້ສຳເລັດໄດ້ 100% ໂດຍໃຊ້ເວລາທັງໝົດ 12 ວັນ.

11407154_990024137695925_3231205348181776315_n

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...