spot_img
Homeນານາສາລະພຶດຕິກຳ ທີ່ບົ່ງບອກບໍ່ແມ່ນໝູ່ແທ້

ພຶດຕິກຳ ທີ່ບົ່ງບອກບໍ່ແມ່ນໝູ່ແທ້

Published on

  1. ເຈົ້າບໍ່ເຄີຍໄດ້ເວົ້າ: ການເປັນຄົນເວົ້າເກັ່ງ ກັບເວົ້າແຕ່ເລື່ອງຂອງຕົນເອງ, ຖ້າໝູ່ເຈົ້າເວົ້າແຕ່ເລື່ອງຂອງຕົນເອງຕະຫຼອດ ບໍ່ວ່າຈະເປັນເລື່ອງແຟນ, ຄອບຄົວ, ວຽກງານ, ໝູ່ເພື່ອນ ແຕ່ບໍ່ເຄີຍຮັບຟັງເຮົາເວົ້າເລີນ
  2. ແຂ່ງກັບເຈົ້າຕະຫຼອດເວລາ:​ ບໍ່ວ່າຈະເປັນເລື່ອງຫຍັງກໍຕາມ ເຂົາຈະຕ້ອງເດັ່ນກວ່າເຈົ້າ, ມັກເວົ້າວ່າດີກວ່າເຮົາແນວນັ້ນແນວນີ້ ເຊິ່ງວ່າໝູ່ແທ້ເຂົາຈະບໍ່ເຮັດພຶດຕິກຳແບບນີ້
  3. ບໍ່ເຄີຍດີໃຈກັບເຮົາ: ເວລາທີ່ເຮົາເຮັດຫຍັງສຳເລັດ, ບໍ່ເຄີຍຈະດີໃຈກັບເຮົາ ແຕ່ກົງກັນຂ້າມກັບອິດສາເຮົາຊໍ້າທີ່ໄດ້ດີ
  4. ມັກເຮັດໃຫ້ເຮົາຮູ້ສຶກບໍ່ດີ: ເວລາທີ່ເຮົາອາລົມບໍ່ດີ ມີຄວາມກັງວົນ ແທນທີ່ໝູ່ຈະເຮັດໃຫ້ເຮົາຮູ້ສຶກດີ ແຕ່ກັບເຮັດໃຫ້ເຮົາຮູ້ສຶກວ່າຄຽດກ່ອນເກົ່າ
  5. ເຈົ້າເປັນຝ່າຍເຂົ້າຫາຄົນດຽວ: ເຊິ່ງວ່າໝູ່ຄົນນີ້ ຈະເຮັດຫຍັງກໍບໍ່ເຄີຍຄິດເຫັນໃຈເຮົາ, ມີແຕ່ເຮົາຄົນດຽວທີ່ພະຍາມເຂົ້າຫາ ພະຍາຍາມເຮັດທຸກຢ່າງເພື່ອໃຫ້ໄດ້ມາພົບກັນ
  6. ເວົ້າແຕ່ເລື່ອງໄຮ້ສາລະ: ເວລາທີ່ລົມນຳກໍມັກຈະເວົ້າແຕ່ເລື່ອງບໍ່ເປັນສາລະ, ເຖິງແມ່ນເວລາທີ່ເຮົາຈິງຈັງ ກໍເອົາຖ້ອຍເອົາຄວາມຫຍັງບໍ່ໄດ້, ເພື່ອນແບບນີ້ບໍ່ຄວນຄົບຫາອີກຕໍ່ໄປ
  7. ເກັບຄວາມລັບບໍ່ຢູ່: ເວລາທີ່ເຮົາເວົ້າຄວາມລັບບາງຢ່າງທີ່ບໍ່ຢາກໃຫ້ໃຜຮູ້ ແຕ່ເຮົາກໍເລືອກທີ່ຈະລະບາຍໃຫ້ໝູ່ຄົນນີ້ຟັງ ແຕ່ເຂົາກັບເອົາຄວາມລັບຂອງເຮົາໄປເວົ້າໃຫ້ຄົນອື່ນຮູ້
  8. ເຮັດຜິດບໍ່ເຄີຍຂໍໂທດ: ເວລາທີ່ເຮັດຜິດສຸດໆ ເຖິງຈະເປັນໝູ່ກັນກໍຕ້ອງຮູ້ຈັກຄຳວ່າ “ຂໍໂທດ” ເພາະການຂໍໂທດນັ້ນເປັນສິ່ງທີ່ສຳຄັນ ເຖິງວ່າຈະສະໜິດກັນປານໃດເມື່ອເຮັດຜິດຕ້ອງຮູ້ຈັກຂໍໂທດ ແຕ່ກັບໝູ່ຄົນນີ້ແລ້ວບໍ່ເຄີຍມີ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...