ໂດຍອີງຕາມແຈ້ງການຂອງ ພະແນກອຸດສາຫະກຳແລະການຄ້າ ນະຄອນຫຼວງວຽງຈັນ ເລື່ອງໃຫ້ຢຸດເຊົາການລະດົມທຶນ ເຂົ້າສູ່ບໍລິສັດ ພີເອັສຯ ດັ່ງນັ້ນ, ບໍລິສັດ ພີເອັສ ສົ່ງເສີມກະສິກຳ ແລະອຸດສາຫະກຳ ຂາເຂົ້າ-ຂາອອກ ຈຳກັດ ຜູ້ດຽວ ຈຶ່ງໄດ້ແຈ້ງການຜ່ານໜ້າເວັບໄຊຂອງຕົນວ່າ ໃຫ້ບັນດາສະມາຊິກພີເອັສຢຸດຕິການລະດົມທຶນ ແຕ່ໃຫ້ເຜີຍແຜ່ ການປູກຝັງ-ລ້ຽງສັດ ແລະຈຳໜ່າຍສິນຄ້າຂອງບໍລິສັດ ພີເອັສຕໍ່ໄປ ແລະນັບແຕ່ວັນທີ 24 ມິຖຸນາ ເປັນຕົ້ນໄປ ຖ້າຜູ້ໃດຢາກເຂົ້າເປັນສະມາຊິກບໍລິສັດພີເອັສຯ ຕ້ອງໄດ້ຂຽນໃບຄຳຮ້ອງເຖິງບໍລິສັດກ່ອນ ແລ້ວທາງບໍລິສັດ ຈະພິຈາລະນາຕາມທີ່ຄວນ.
ສ່ວນເນື້ອໃນຂອງແຈ້ງການຂອງ ພະແນກອຸດສາຫະກຳ ແລະການຄ້າ ນະຄອນຫຼວງວຽງຈັນ ມີຄື:
1. ໃຫ້ຢຸດເຊົາການລະດົມທຶນເພື່ອຮ່ວມລົງທຶນ ນຳໂຮງງານນ້ຳດື່ມລາວ, ໃນການດຳເນີນການຜະລິດນ້ຳດຶ່ມບໍລິສຸດລາວ.
2. ໃຫ້ແກ່ໄຂສຳລັບຜູ້ທີ່ໄດ້ຮ່ວມທຶນໄປແລ້ວ, ເຊື່ງເຫັນວ່າເປັນການລະດົມທຶນທີ່ບໍ່ຖືກຕ້ອງ. ອີງຕາມການສະເໜີ ໃນບົດວິພາກເສດຖະກິດຂອງບໍລິສັດ ທຶນທັງໝົດ ແມ່ນທຶນຂອງຕົນເອງ 100%
3. ຖ້າບໍ່ປະຕິບັດຕາມແຈ້ງການສະບັບນີ້, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ຈະດຳເນີນຂັ້ນຕອນຕາມກົດໝາຍ.
ແຈ້ງການເລກທີ 1010, ລົງວັນທີ 27 ພຶດສະພາ 2015.
ແນວໃດກໍຕາມ, ນັກຂ່າວລາວໂພສຕ໌ ໄດ້ຕິດຕໍ່ສອບຖາມໄປຍັງບໍລິສັດພີເອັສ ເຖິງສະຖານະການທີ່ເກີດຂຶ້ນ ໄດ້ຄຳຕອບມາວ່າ: ເປັນຄວາມບໍ່ເຂົ້າໃຈກັນລະຫວ່າງ ພາກສ່ວນທີ່ກ່ຽວຂ້ອງ. ດັ່ງນັ້ນ, ທາງບໍລິສັດພີເອັສກໍໄດ້ດຳເນີນການ ໂດຍການເຊີນເອົາພາກສ່ວນສຳຄັນຕ່າງໆ ເຂົ້າຮ່ວມປຶກສາຫາລື ແລະທຳຄວາມເຂົ້າໃຈ. ແລະວ່າກິດຈະການທຸກຢ່າງຍັງດຳເນີນໄປ ຕາມປົກກະຕິ.