spot_img
Homeຂ່າວຕ່າງປະເທດພິພິທະພັນສະຫະລັດຯ ສົ່ງຄືນຮູບແກະສະຫລັກຫີນ ຍຸກສະຕະວັດທີ X ຄືນໃຫ້ກຳປູເຈຍ!

ພິພິທະພັນສະຫະລັດຯ ສົ່ງຄືນຮູບແກະສະຫລັກຫີນ ຍຸກສະຕະວັດທີ X ຄືນໃຫ້ກຳປູເຈຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ມີນາຜ່ານມານີ້ວ່າ ພິພິທະພັນສີລະປະເດນເວີ ຂອງສະຫະລັດອາເມຣິກາ ໄດ້ສົ່ງມອບຮູບແກະສະຫລັກຫີນບູຮານ ” ພຣະຣາມ ” ຍຸກສະຕະວັດທີ X ຄືນໃຫ້ແກ່ກຳປູເຈຍ ພາຍຫລັງທີ່ຮູບແກະສະຫລັກດັ່ງກ່າວ ຖືກລັກລອບອອກຈາກຜາສາດຫີນເກາະແກຣ ໃກ້ກັບຜາສາດຫີນນະຄອນວັດ ສົ່ງອອກນອກປະເທດ ເມື່ອຊຸມປີ 1970 ແລະ ຢູ່ໃນການຄອບຄອງຂອງ ພິພິທະພັນເດນເວີ ຕັ້ງແຕ່ປີ 1986 ເປັນຕົ້ນມາ ໃນຂະນະທີ່ພາກສ່ວນຫົວ, ມື ແລະ ຕີນ ຂອງຮູບແກະສະຫລັກດັ່ງກ່າວ ຍັງຄົງສູນຫາຍ.

ແນວໃດກໍຕາມ ລັດຖະບານກຳປູເຈຍ ໄດ້ຮຽກຮ້ອງໃຫ້ພິພິທະພັນທຸກແຫ່ງ ແລະ ນັກສະສົມທົ່ວໂລກ ທີ່ກຳລັງຄອບຄອງ ຫົວ, ມື ແລະ ຕີນ ຂອງຮູບແກະສະຫລັກຫີນດັ່ງກ່າວນີ້ ຖືເອົາແບບຢ່າງທີ່ດີຂອງພິພິທະພັນເດນເວີ ດ້ວຍການສົ່ງມອບຄືນໃຫ້ແກ່ປະຊາຊົນກຳປູເຈຍ.

ທັງນີ້ ກຳປູເຈຍ ເປັນທີ່ຕັ້ງຂອງອານາຈັກຂອມທີ່ຍິ່ງໃຫຍ່ ຊຶ່ງຣາຊະວົງຜູ້ປົກຄອງອານາຈັກ ນັບຖືສາສະໜາພຸດ ປະສົມປະສານກັບຮິນດູ ໂດຍໄດ້ສ້າງເມືອງ ແລະ ຜາສາດຫີນຕ່າງໆ ແຕ່ພາຍຫລັງຍຸກສົງຄາມລ່າອານານິຄົມ ບັນດາບູຮານສະຖານ ແລະ ບູຮານວັດຖຸຕ່າງໆເຫລົ່ານັ້ນ ມັກຖືກລັກລອບສົ່ງອອກໄປຂາຍ ຢູ່ຕ່າງປະເທດ.

A Cambodian woman (R) prays in front of a 10th-century sandstone sculpture of the Hindu god Rama after it was returned from the Denver Art Museum in the US during a ceremony at the Council of Ministers in Phnom Penh on March 28, 2016. The 62-inch-tall torso, which was stolen in the 1970s from the Koh Ker temple site near the famed Angkor Wat complex, was handed over by the museum, which had possession since 1986. / AFP / TANG CHHIN SOTHY

This general view shows a 10th-century sandstone sculpture of the Hindu god Rama after it was returned from the Denver Art Museum in the US during a ceremony at the Council of Ministers in Phnom Penh on March 28, 2016. The 62-inch-tall torso, which was stolen in the 1970s from the Koh Ker temple site near the famed Angkor Wat complex, was handed over by the museum, which had possession since 1986. / AFP / TANG CHHIN SOTHY
This general view shows a 10th-century sandstone sculpture of the Hindu god Rama after it was returned from the Denver Art Museum in the US during a ceremony at the Council of Ministers in Phnom Penh on March 28, 2016.
The 62-inch-tall torso, which was stolen in the 1970s from the Koh Ker temple site near the famed Angkor Wat complex, was handed over by the museum, which had possession since 1986. / AFP / TANG CHHIN SOTHY

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...