spot_img
Homeຂ່າວພາຍ​ໃນພິທີປະກາດເລື່ອນຊັ້ນ, ດັດແປງຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ພິທີປະກາດເລື່ອນຊັ້ນ, ດັດແປງຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

Published on

ໃນວັນທີ 9 ພະຈິກ 2022 ຜ່ານມາ, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນ, ດັດແປງຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ພະລາທິການ, ເຊິ່ງເປັນປະທານໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮັກສາການ ຫົວຫນ້າກົມໃຫຍ່ພະລາທິການ ປກສ, ມີບັນດາຫ້ອງ, ກົມ, ກອງ, ໂຮງຫມໍ 5 ເມສາ, ພະນັກງານນໍາພາ-ບັນຊາຂັ້ນພະແນກ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ, ພ້ອ ສົມສັກ ຄໍາມຸງຄຸນ ຮອງຫົວຫນ້າຫ້ອງການເມືອງ ກົມໃຫຍ່ພະລາທິການ ປກສ ໄດ້ຜ່ານ ຂໍ້ຕົກລົງຂອງ ກະຊວງ ປກສ, ກົມໃຫຍ່ການເມືອງ ແລະ ກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ ວ່າ ດ້ວຍ ການອະນຸມັດເລື່ອນຊັ້ນໃຫ້ນາຍຕໍາຫຼວດ, ຂໍ້ຕົກລົງ ວ່າດ້ວຍ ການເລື່ອນຊັ້ນໃຫ້ພົນຕໍາຫຼວດ ແລະ ຂໍ້ຕົກລົງ ວ່າດ້ວຍ ການດັດແປງຊັ້ນໃຫ້ນາຍຕໍາຫຼວດ ເຊິ່ງມີລາຍລະອຽດດັ່ງນີ້:

ຈຳນວນທ່ີ່ໄດ້ເລື່ອນຊັ້ນມີ:
-ພັນຕີ ຂຶ້ນ ພັນໂທ 2 ສະຫາຍ                                                                                          -ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ                                                                                            -ຮ້ອຍໂທ ຂຶ້ນ ຮ້ອຍເອກ 34 ສະຫາຍ                                                                                              -ຮ້ອຍຕີ ຂຶ້ນ ຮ້ອຍໂທ 9 ສະຫາຍ                                                                                            -ວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ                                                                                                  -ສິບໂທ ຂຶ້ນ ສິບເອກ 6 ສະຫາຍ

ຈຳນວນທີ່ໄດ້ດັດແປງຊັ້ນມີ:
-ສິບໂທ ຂຶ້ນ ຮ້ອຍຕີ 16 ສະຫາຍ                                                                                              -ສິບໂທ ຂຶ້ນ ວາທີ 22 ສະຫາຍ                                                                                                  -ສິບໂທ ຂຶ້ນ ສິບເອກ 1 ສະຫາຍ

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...