spot_img
Homeຂ່າວຕ່າງປະເທດພາຍຸໄຊໂຄນ ຮຸດຮຸດ ຖະຫລົ່ມອິນເດຍ ເສຍຊີວິດແລ້ວ 8 ຄົນ ພື້ນຖານໂຄງລ່າງເສຍຫາຍໜັກ

ພາຍຸໄຊໂຄນ ຮຸດຮຸດ ຖະຫລົ່ມອິນເດຍ ເສຍຊີວິດແລ້ວ 8 ຄົນ ພື້ນຖານໂຄງລ່າງເສຍຫາຍໜັກ

Published on

EyWwB5WU57MYnKOuFHMV4OyhnJrdEKsqN2ReHyMngKFnvaAdTOEZF2

 

ໜ່ວຍກູ້ໄພໃນອິນເດຍ ເລີ່ີມປະຕິບັດການໃຫ້ຄວາມຊ່ວຍເຫລືອ ເຂດພື້ນທີ່ປະສົບໄພ ຫລັງພາຍຸໄຊໂຄນ ຮຸດຮຸດ ພັດ

ຖະຫລົ່ມຊາຍຝັ່ງດ້ານຕາເວັນອອກຂອງອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 8 ຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 14 ຕຸລານີ້ວ່າ ກອງທັບເຮືອອິນເດຍ ພ້ອມດ້ວຍໜ່ວຍກູ້ໄພ 24 ທີມ ແລະ

ທີມແພດອີກ 155 ທີມ ໄດ້ເລີ່ມປະຕິບັດການໃຫ້ຄວາມຊ່ວຍເຫລືອປະຊາຊົນຫລາຍແສນຄົນ ໃນພື້ນທີ່ປະສົບໄພຈາກ

ພາຍຸໄຊໂຄນ ຮຸດຮຸດ ຫລັງພາຍຸຫົວດັ່ງກ່າວ ໄດ້ພັດຖະຫລົ່ມລັດອານທະລະປະເທດ ແລະ ລັດໂອຣິສາແລ້ວ ໃນຕອນທ່ຽງ

ຂອງວັນທີ 12 ຕຸລາ 2014 ດ້ວຍຄວາມໄວລົມ 205 ກິໂລແມັດຕໍ່ຊົ່ວໂມງ ໂດຍອິດທິພົນຂອງພາຍຸ ໄດ້ເຮັດໃຫ້ເຮືອນຊານ

ຂອງປະຊາຊົນເສຍຫາຍ ແລະ ເກີດຝົນຕົກໜັກ, ລົມແຮງ ຈົນຕົ້ນໄມ້ ແລະ ເສົາໄຟຟ້າຫັກລົງເນລະນາດ ໂດຍມີຜູ້ເສຍ

ຊີວິດແລ້ວ 8 ຄົນຈາກຜົນຂອງພາຍຸດັ່ງກ່າວ.

 

ດ້ານສຳນັກງານອຸຕຸນິຍົມວິທະຍາຂອງອິນເດຍ ຄາດການວ່າ ພາຍຸຫົວດັ່ງກ່າວຈະອ່ອນກຳລັງລົງຈາກລະດັບຮຸນແຮງ

ຫລາຍ ມາເປັນລະດັບຮຸນແຮງ ໃນຂະນະທີ່ເຄື່ອນຕົວໄປທາງຕາເວັນຕົກສຽງເໜືອຂອງອິນເດຍ ເຊິ່ງອາດເຮັດໃຫ້ມີ

ຝົນຕົກໜັກໃນ 4 ລັດຂອງອິນເດຍ ແລະ ເຮັດໃຫ້ມີຄື້ນທະເລສູງກ່ວາ 2 ແມັດ ເຊິ່ງຈະເຮັດໃຫ້ເກີດນ້ຳຖ້ວມໃນບໍລິ

ເວນພື້ນທີ່ຕ່ຳໄດ້.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...