spot_img
Homeຂ່າວທ້ອງຖິ່ນພະ​ຍາ​ກອນ​ອາ​ກາດລາຍວັນ, ປະ​ຈຳ​ວັນ​ທີ 25 ກໍ​ລະ​ກົດ 2017

ພະ​ຍາ​ກອນ​ອາ​ກາດລາຍວັນ, ປະ​ຈຳ​ວັນ​ທີ 25 ກໍ​ລະ​ກົດ 2017

Published on

ພາຍຸຊົງກາ (SONCA) ຫົວທີ 8 ປະຈຳປີ 2017, ຊຶ່ງໃນເວລາ 8 ໂມງ ຂອງວັນທີ 25 ກໍລະກົດ 2017 ມີຈຸດສູນກາງຢູ່ເສັ້ນຂະໜານທີ 16.7 ອົງສາເໜືອ, ເສັ້ນແວງທີ 109.3 ອົງສາ ຕາເວັນອອກ ແລະ ພວມເຄື່ອນທີ່ມາທາງທິດຕາເວັນຕົກຢ່າງຊ້າງໆ. ຄາດວ່າພະຍຸຫົວນີ້້ຈະເຄື່ອນເຂົ້້າຝັ່ງປະເທດຫວຽດນາມໃນຕອນຄໍ່າຂອງວັນທີ 25 ກໍລະກົດ 2017 ນີ້, ຊຶ່ງຈະເຮັດໃຫ້ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ຫາ ໜັກຫຼາຍພ້ອມມີລົມພັດແຮງຢູ່ໃນແຂວງພາກກາງ ຫາ ພາກໃຕ້. ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ທີ່ອາໄສຢູ່ໃນເຂດດັ່ງກ່າວ, ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບນໍ້າຖ້ວມຊຸ, ດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ລົມພັດແຮງທີ່ອາດຈະເກີດຂື້ນໄດ້ ໃນໄລຍະວັນທີ 25 – 27 ກໍລະກົດນີ້.

 

ແຫລ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...