spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມພະຍາດໃນຕາ ທີ່ຄົນຮັກສັດແລະມັກກິນດິບ ຕ້ອງລະວັງ!

ພະຍາດໃນຕາ ທີ່ຄົນຮັກສັດແລະມັກກິນດິບ ຕ້ອງລະວັງ!

Published on

ຂ່າວນີ້ອອກມາແຕ່ດົນແລ້ວ ແຕ່ວ່າຍັງເປັນປະໂຍດຕໍ່ຜູ້ອ່ານຫຼາຍຢູ່ ຄືເມື່ອປີ 2015 ຈັກຂຸແພດ (ແພດປົວຕາ) ໂຮງໝໍຈຸລາລົງກອນ ປະເທດໄທ ເຕືອນຄົນຮັກສັດລ້ຽງ ໃຫ້ໝັ່ນອານ້ຳໃຫ້ “ໝາ-ແມວ” ເລື້ອຍໆ ແດ່ ເພື່ອຫຼີກລ້ຽງແມ່ພະຍາດໃນຕາ ເຊິ່ງຖ້າຫາກຄົນໄດ້ຮັບເຊື້ອ ມີຄວາມສ່ຽງຕາບອດໄດ້.

ກໍລະນີມີສິ່ງທີ່ມີຊີວິດຂະໜາດນ້ອຍ ອາໄສຢູ່ໃນແກ່ນຕາຂອງເດັກນ້ອຍຜູ້ໜຶ່ງໃນປະເທດຈີນ ເຊິ່ງພາຍຫຼັງແພດໄດ້ວິນິດໄສແລ້ວພົບວ່າຄື ພະຍາດທີ່ຊື່ວ່າເທລາຊິເອຊິສ (Thelaziasis) ອາໄສຢູ່ພາຍໃນປາກຂອງໝາທີ່ເດັກນ້ອຍຜູ້ນີ້ລ້ຽງໄວ້.

ກ່ຽວກັບເລື່ອງນີ້ ວັນທີ 4 ພຶດສະພາ 2015 ຈັກຂຸແພດຜູ້ຊ່ຽວຊານ ສາຂາຈໍປະສາດຕາ ແລະຈັກຂຸວິທະຍາພູມຄຸ້ມກັນແລະການອັກເສບ ໂຮງໝໍຈຸລາລົງກອນ ສະພາກາຊາດໄທ ອະທິບາຍຜ່ານໜັງສືພິມເດລິນິວອອນໄລນ໌ວ່າ ເທລາຊິເອຊິສ ຫຼື ພະຍາດໃນແກ່ນຕາ ສາມາດພົບໄດ້ພາຍໃນຮູດັງແລະຜົ້ງປາກຂອງໝາ ແລະສັດລ້ຽງລູກດ້ວຍນົມອື່ນໆ ທີ່ເປັນພາຫະນະ ນອກຈາກນີ້ຍັງອາໄສຢູ່ໃນລຳໄສ້ຂອງປາອີກດ້ວຍ ຖ້າຮັບປະທານອາຫານເຄິ່ງສຸກເຄິ່ງດິບກໍສາມາດຕິດເຊື້ອໄດ້ ໂດຍພະຍາດໂຕນີ້ຈະເຂົ້າສູ່ຮ່າງກາຍຂອງຄົນແລະອາໄສຢູ່ພາຍໃນບໍລິເວນມ່ານຕາ ແລະປະສາດຕາ ເຊິ່ງທີ່ຜ່ານມາປະເທດໄທມີຄົນເຈັບເຂົ້າຮັບການປິ່ນປົວພຽງ 1-2 ຄົນຕໍ່ປີ ແລະຈະພົບເລື້ອຍໃນເຂດພາກອີສານ.

ຖ້າເກີດອາຫານ ເຈັບຕາ ຕາແດງ ເບິ່ງເຫັນບໍ່ແຈ້ງ ຫຼືມີຍຕຸ່ມດຳເຄື່ອນໄປເຄື່ອນ ໃຫ້ຮີບຮ້ອນໄປພົບແພດໂດຍທັນທີ ເຊິ່ງຖ້າຫາກເຂົ້າຮັບການປິ່ນປົວຊ້າອາດຈະເຮັດໃຫ້ຕາອັກເສບ ສົ່ງຜົນເຖິງຂັ້ນຕາບອດໄດ້ ແຕ່ເຮົາສາມາດປ້ອງກັນໄດ້ ໂດຍການທຳຄວາມສະອາດແລະອາບນ້ຳໃຫ້ສັດລ້ຽງເລື້ອຍໆ ຫຼືືກິນອາຫານທີ່ປຸງສຸກດີຢູ່ສະເໝີ (ທ່ານໝໍກ່າວ)

21

ທີ່ມາ: ເດລິນິວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...