spot_img
Homeຂ່າວຕ່າງປະເທດພະຍາບານລັກປ່ຽນວັກຊີນປ້ອງກັນໂຄວິດ-19 ເປັນນໍ້າເກືອ ແລະ ສັກໃຫ້ປະຊາຊົນ 9 ພັນກວ່າຄົນ

ພະຍາບານລັກປ່ຽນວັກຊີນປ້ອງກັນໂຄວິດ-19 ເປັນນໍ້າເກືອ ແລະ ສັກໃຫ້ປະຊາຊົນ 9 ພັນກວ່າຄົນ

Published on

ເວັບໄຊ້ Posttoday ໄດ້ລາຍງານວ່າ: ມີພະຍາບານຄົນໜຶ່ງໄດ້ລັກປ່ຽນວັກຊີນປ້ອງກັນໂຄວິດ-19 ເປັນນໍ້າເກືອແລ້ວນໍາມາສັກໃຫ້ກັບປະຊາຊົນປະມານ 8.600 ຄົນ ໂດຍລົງມືລັກປ່ຽນວັກຊີນໃນລະຫວ່າງເດືອນ ມີນາ-ເມສາ ທີ່ສູນສັກວັກຊີນ ຣອຟເຮົາເຊນ.

ທາງດ້ານເຈົ້າໜ້າທີ່ສາທາລະນະສຸກຂອງລັດນີເດີຊັກເຊິນໄດ້ເປີດເຜີຍວ່າ ພະຍາບານຄົນນີ້ສາມາດປ່ຽນວັກຊີນໄດ້ເນື່ອງຈາກລາວມີໜ້າທີ່ໃນການກຽມວັກຊີນ ແລະ ກຽມເຂັມສັກຢາໃນລະຫວ່າງປະຕິບັດໜ້າທີ່ທີ່ສູນສັກວັກຊີນດັ່ງກ່າວ. ໃນຂະນະນີ້ທາງການໄດ້ຂໍໃຫ້ປະຊາຊົນຊາວເຢຍລະມັນທຸກຄົນທີ່ໄດ້ຮັບວັກຊີນໃນສູນດັ່ງກ່າວ ໃນລະຫວ່າງວັນທີ 5 ມີນາ – 20 ເມສາ 2021 ໃຫ້ກັບມາສັກວັກຊີນອີກຄັ້ງໜຶ່ງ ເນື່ອງຈາກເປັນຫົນທາງດຽວທີ່ທຸກຄົນຈະໄດ້ຮັບວັກຊີນຢ່າງຄົບຖ້ວນ ເຖິງແມ່ນວ່າຈະມີບາງຄົນຈະໄດ້ຮັບວັກຊີນໂຕຈິງແລ້ວກໍຕາມ.

ໃນການສືບສວນໃນເບື້ອງຕົ້ນພົບວ່າພະຍາບານຄົນນີ້ມີແນວຄິດຕໍ່ການການສັກວັກຊີນ ແຕ່ຍັງບໍ່ທັນຮູ້ລາຍລະອຽດທີ່ຊັດເຈນຫຼາຍກວ່ານີ້ ເນື່ອງຈາກຜູ້ຕ້ອງສົງໄສຍັງບໍ່ຍອມໃຫ້ຂໍ້ມູນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...