spot_img
Homeຂ່າວທ້ອງຖິ່ນຝົນຕົກໜັກ! ນ້ຳໄຫລຖ້ວມເທສະບານເມືອງຫລວງພະບາງຫລາຍຈຸດ!

ຝົນຕົກໜັກ! ນ້ຳໄຫລຖ້ວມເທສະບານເມືອງຫລວງພະບາງຫລາຍຈຸດ!

Published on

 

ເນື່ອງຈາກຝົນຕົກໜັກ ແຕ່ຄືນວັນທີ 16 ຫາເຊົ້າວັນທີ 17 ກັນຍານີ້ ສົ່ງຜົນໃຫ້ ນໍ້າໄຫລຖ້ວມຕົວເມືອງຫລວງພະບາງ

ຫລາຍຈຸດ, ເປັນຜົນມາຈາກທໍ່ລະບາຍອອກບໍ່ທັນ ເຮັດໃຫ້ນໍ້າຍຶ່ງຂຶ້ນຖ້ວມຈຸດທີ່ຕໍ່າ ເຊ່ິງໜັກກວ່າໝູ່ແມ່ນເຂດວັດປ່າ

ຫຍ້າທຶບ ຕີນພູໂຮງຮຽນສັນຕິພາບບ້ານວຽງໃໝ່ ແລະ ເຂດລ້ອງຫ້ວຍມາວ ບ້ານນາສ້າງເຫວີຍ ສົ່ງຜົນໃຫ້ນ້ຳໄຫລເຂົ້າ

ຖ້ວມເຮືອນຊານຂອງປະຊາຊົນຫລາຍຫລັງໃນເຂດດັ່ງກ່າວ ຊັບສິນ, ສັດລ້ຽງ, ເຄື່ອງໃຊ້ຕ່າງໆ ໄດ້ຮັບຄວາມເສຫາຍ

ແລະ ຮ້າຍແຮງກວ່ານັ້ນ ແມ່ນເຂດບ້ານຂົວທີໜຶ່ງ ເຮືອນຊານຖືກນໍ້າຊຸຫັກພັງ ແລະ ຂົວຂາດ. ເຊິ່່ງປັດຈຸບັນປະຊາຊົນ

ບ້ານໃກ້ຄຽງໄດ້ເຂົ້າຊ່ວຍຂົນເຄື່ອງຂອງທີ່ຈໍາເປັນອອກໄວ້ບ່ອນສູງໄດ້ແລ້ວ. ນອກຈາກຈຸດດັ່ງກ່າວແລ້ວ ຍັງມີເຂດນາ

ຫລວງ, ບ້ານພະບາດ, ບ້ານວຽງໃໝ່ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ສ່ວນໜ່ວຍງານໄຟຟ້າກໍໄດ້ເລັ່ງລົງເຂດເກີດນໍ້າ

ຖ້ວມ ຕັດໄຟຟ້າເພື່ອຄວາມປອດໄພຂອງປະຊາຊົນ.

 

8d6a6bf9a8eba146d7e781eb86088d3e

 

ນອກນັ້ນ, ຍັງມີຈຸດທີ່ນໍ້າຍຶ່ງຂຶ້ນຖ້ວມທາງສູງເກືອບ 50-60 ຊັງຕີແມັດ ຢູ່ໃຈກາງເມືອງຄື ຈຸດເສັ້ນທາງສີສະຫວ່າງວົງຕະ

ຫລາດກາງຄືນ ຕໍ່ໜ້າວິທະຍຸກະຈາຍສຽງຫລວງພະບາງ ແລະ ເຂດຕີນພູໂຮງຮຽນສັນຕິພາບ, ສີ່ແຍກວິທະຍາໄລຄູ,

ບ້ານນາຫລວງ, ບ້ານໂພນແພງ ອັນໄດ້ເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ, ລົດຄາຍາວຢຽດເປັນກິໂລ

ແມັດ ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດແຕ່ຢ່າງໃດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...