spot_img
Homeຂ່າວຕ່າງປະເທດຝຣັ່ງສັ່ງໃຫ້ຢຸດການຈຳໜ່າຍ iPhone 12 ເນື່ອງຈາກພົບລັງສີຄື້ນແມ່ເຫຼັກໄຟຟ້າຫຼາຍເກີນໄປ

ຝຣັ່ງສັ່ງໃຫ້ຢຸດການຈຳໜ່າຍ iPhone 12 ເນື່ອງຈາກພົບລັງສີຄື້ນແມ່ເຫຼັກໄຟຟ້າຫຼາຍເກີນໄປ

Published on

ທາງການຝຣັ່ງ ສັ່ງໃຫ້ບໍລິສັດແອັບເປິນ ຢຸດການຈຳໜ່າຍ iPhone 12 ເນື່ອງຈາກພົບວ່າມີການແຜ່ລັງສີຄື້ນແມ່ເຫຼັກໄຟຟ້າຫຼາຍເກີນໄປ ແລະ ໃຫ້ແກ້ໄຂຊຸດຫູຟັງທີ່ໄດ້ຈຳໜ່າຍຢູ່.

ANFR ໜ່ວຍງານດູແລຄື້ນວິທະຍຸຝຣັ່ງ ເປີດເຜີຍວ່າ ຈາກການທົດສອບໂທລະສັບ iPhone 12 ພົບວ່າໂທລະສັບລຸ້ນດັ່ງກ່າວ ມີການປ່ອຍຄື້ນແມ່ເຫຼັກໄຟຟ້າໃນປະລິມານທີ່ສູງເກີນກວ່າມາດຕະຖານຂອງເອີຣົບກຳນົດໄວ້ທີ່ 4,0 ວັດຕໍ່ກິໂລກຼາມ ໂດຍກວດພົບລັງສີຄື້ນແມ່ເຫຼັກໃນຮ່າງກາຍໄດ້ 5,74 ວັດຕໍ່ກິໂລກຼາມວັດຕໍ່ກິໂລກຼາມ ໃນຂະນະທີ່ໃຫ້ກຸ່ມທົດສອບຖືໂທລະສັບໃນມື ຫຼື ເກັບໄວ້ໃນກະເປົາເສື້ອ ຫຼື ຖົງໂສ້ງ.

ດັ່ງນັ້ນ ຈຶ່ງຈຳເປັນສັ່ງໃຫ້ບໍລິສັດແອັບເປິນ ໂຈະການຈຳໜ່າຍ iPhone 12 ໃນຝຣັ່ງທັງໝົດ ຕັ້ງແຕ່ວັນທີ 12 ກັນຍາ 2023 ເປັນຕົ້ນໄປ.

ຢ່າງໃດກໍຕາມ ອົງການອະນາໄມໂລກ ມີການລະບຸວ່າ ຜົນການສຶກສາຍັງບໍ່ພົບຫຼັກຖານວ່າການໃຊ້ໂທລະສັບເຄື່ອນທີ່ສົ່ງຜົນເສຍຕໍ່ສຸຂະພາບ ແຕ່ທາງໜ່ວຍງານດູແລຂອງຫຼາຍປະເທດ ຕ່າງກໍມີການກຳນົດຂອງການແຜ່ລັງສີແມ່ເຫຼັກໄຟຟ້າຂອງໂທລະສັບມືຖື ເພື່ອປ້ອງກັນຜົນກະທົບດ້ານສຸຂະພາບທີ່ອາດເກີດຂຶ້ນໃນໄລຍະຍາວ.

ແຫຼ່ງຂ່າວ France24

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...