spot_img
Homeຂ່າວທ້ອງຖິ່ນຜົນຜະລິດລະດູຝົນຢູ່ເມືອງພຽງ ຈະໄດ້ຮັບຫລາຍກວ່າປີຜ່ານມາ

ຜົນຜະລິດລະດູຝົນຢູ່ເມືອງພຽງ ຈະໄດ້ຮັບຫລາຍກວ່າປີຜ່ານມາ

Published on

Untitled-.08.10.5

ຂປລ. ປັດຈຸບັນ ກະສິກອນເມືອງພຽງ ແຂວງໄຊຍະບູລີ ພວມຂຸ້ນຂ້ຽວເກັບກູ້ເຂົ້າ ​ແລະ ພືດ​ເປັນ​ສິນຄ້າ ​​​ໄດ້​ເກືອບ 50%, ຄາດ​ວ່າ ຜົນ​ຜະລິດ​ປີ​ນີ້ ຈະ​ໄດ້​ຫລາຍ​ກວ່າ​ປີຜ່ານມາ, ​ພາຍຫລັງພະນັກງານຫ້ອງການ​ກະສິກຳ-ປ່າ​ໄມ້ ​ໄດ້ລົງ​​ແນະນຳການນຳໃຊ້ ເຕັກນິກທັນສະໄໝເຂົ້າສູ່ການຜະລິດກະສິກຳ ຂອງປະຊາຊົນ ເຮັດໃຫ້ ການຜະລິດຢູ່ພາຍໃນເມືອງ ເປັນຂະບວນການກວ້າງຂວາງກວ່າຊຸມປີຜ່ານມາ. ຂະນະດຽວກັນ ກໍກຽມທຸກເງື່ອນໄຂ ຜະລິດພືດໃນລະດູແລ້ງໃຫ້ພົ້ນເດັ່ນ ມີຄຸນນະພາບ ກວ່າເກົ່າ.

ທ່ານ ສົມຫວັງ ສີສົມພອນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງພຽງ ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ເມືອງພຽງມີເນື້ອ ທີ່ການປູກເຂົ້າທັງໝົດ 6.600 ກວ່າເຮັກຕາ, ເນື້ອທີ່ນາປີ 5.600 ກວ່າເຮັກຕາທຽບໃສ່ ປີຜ່ານມາເພີ່ມຂຶ້ນ 50 ກວ່າເຮັກຕາ ມາຮອດປັດຈຸບັນ ໄດ້ເກັບກູ້ສຳເລັດແລ້ວ 330​ ກວ່າເຮັກຕາ. ສຳລັບນາເນີນສູງມີເນື້ອທີ່ 1.000 ກວ່າເຮັກຕາ, ເກັບກູ້ສຳເລັດແລ້ວ 560 ກວ່າເຮັກຕາ, ສ່ວນການປູກພືດເປັນສິນຄ້າ ແລະ ພືດສະບຽງອາຫານ ມີເນື້ອທີ່ ທັງໝົດ 8.200 ກວ່າເຮັກຕາ ທຽບໃສ່ແຜນການໄດ້ລື່ນຄາດໝາຍ ​ໂດຍເກັບກູ້ສຳເລັດແລ້ວ 2.700 ກວ່າເຮັກຕາ.

ທ່ານ ສົມຫວັງ ສີສົມພອນ ​ໃຫ້​ຮູ້​ຕື່ມວ່າ: ການຜະລິດ ໃນລະດູຝົນສົກປີນີ້ ເຖິງວ່າບໍ່ໄດ້ຕາມແຜນການ, ແຕ່ຄາດວ່າຈະໄດ້ຮັບຜົນ ຜະລິດຫລາຍກວ່າເກົ່າ. ນອກຈາກການ ເກັບກູ້ເຂົ້າແລ້ວ ຍັງໄດ້ສົ່ງເສີມ ປະຊາຊົນເກັບ ກູ້ພືດ ໃນລະດູຝົນ ຕື່ມກວ່າ 2.700 ເຮັກຕາ ຫລື ບັນລຸກວ່າ 30 ສ່ວນຮ້ອຍ. ແນວໃດກໍດີ ສຳລັບການປູກພືດ ໃນລະດູແລ້ງປີນີ້, ໝັ້ນໃຈຈະບັນລຸການ ປູກເຂົ້ານາແຊງໃນເນື້ອທີ່ 880 ເຮັກຕາ ແລະ ພືດ 780 ເຮັກຕາ. ຄາດວ່າຈະເລີ່ມ ລົງມືປູກພືດລະດູແລ້ງໃນກາງ​ເດືອນພະຈິກ ເປັນຕົ້ນໄປ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...