spot_img
Homeຂ່າວຕ່າງປະເທດຜູ້ອຳນວຍການໂຮງຮຽນຖືກໄລ່ອອກ ຍ້ອນປ່ອຍໃຫ້ນັກຮຽນໃຊ້ປືນຍິງຄູອາຈານ

ຜູ້ອຳນວຍການໂຮງຮຽນຖືກໄລ່ອອກ ຍ້ອນປ່ອຍໃຫ້ນັກຮຽນໃຊ້ປືນຍິງຄູອາຈານ

Published on

ຜູ້ອຳນວຍການໂຮງຮຽນປະຖົມແຫ່ງໜຶ່ງໃນລັດເວີຈິເນຍ ຂອງສະຫະລັດອາເມຣິກາຕ້ອງຖືກໄລ່ອອກ ສາເຫດແມ່ນມາຈາກນັກຮຽນອາຍຸ 6 ປີ ໄດ້ຍິງປືນໃສ່ຄູຈົນໄດ້ຮັບບາດເຈັບເຫດການເກີດຂື້ນໃນຕອນຕົ້ນເດືອນ.

ສາວຄູ ອາບິເກລ ສະເວີເນີ ອາຍຸ 25 ປີ ຫາກໍອອກຈາກໂຮງໝໍໃນອາທິດທີ່ຜ່ານມາ ຫຼັງຈາກຖືກຍິງບໍລິເວນໜ້າເອິກໃນຫ້ອງຮຽນໂດຍ ໄດແອນ ໂທສກາໂນ ທະນາຍຂອງອາບິເກລ ໄດ້ກ່າວໃນການຖະແຫຼງຂ່າວວ່າ: ນາງຖືກຍິງໂດຍເຈຕະນາຕໍ່ໜ້ານັກຮຽນຄົນອື່ນໆພາຍໃນຫ້ອງ ທີ່ໂຮງຮຽນປະຖົມ Richneck ໃນເມືອງນິວພັອດ ເມື່ອຕົ້ນເດືອນມັງກອນທີ່ຜ່ານມາ.

ທະນາຍຍັງຍັງໄດ້ເປີດເຜີຍອີກວ່າ: ລູກຄວາມຂອງຕົນ ແລະ ຄູຄົນອື່ນໆ ໄດ້ແຈ້ງຕໍ່ຜູ້ອຳນວຍການໂຮງຮຽນເລື່ອງເດັກນ້ອຍອາຍຸ 6 ປີ ຄົນກໍ່ເຫດດັ່ງກ່າວເຖິງ 3 ເທື່ອແລ້ວແຕ່ທາງໂຮງຮຽນກໍບໍ່ສົນໃຈ ແລະ ປ່ອຍປະລະເລີຍຕໍ່ເຫດການດັ່ງກ່າວ.

ຈາກເຫດການດັ່ງກ່າວທີ່ເກີດຂື້ນ ເຮັດໃຫ້ຜູ້ອຳນວຍການໂຮງຮຽນຖືກໄລ່ອອກຈາກຕຳແໜ່ງ ແລະ ມີການຫາຜູ້ອຳນວຍຄົນໃໝ່ມາບໍລິຫານຕໍ່ ເພື່ອສ້າງຄວາມປ່ຽນແປງ ຄວາມປອດໄພຕໍ່ກັບຄູ ແລະ ນັກຮຽນໃນອະນາຄົດ.

ສ່ວນພໍ່ ແລະ ແມ່ຂອງເດັກນ້ອຍຄົນດັ່ງກ່າວ ໄດ້ມີການຖະແຫຼງການວ່າ ລູກຊາຍຂອງຕົນລັກເອົາປືນຂອງແມ່ມາໂຮງຮຽນ ເຊິ່ງປືນຖືກເກັບໄວ້ໃນຕູ້ໃນສະພາບທີ່ປ້ອງກັນການໃຊ້ງານ ແຕ່ລູກຊາຍຂອງພວກເຂົາ ເປັນເດັກພິເສດໂດຍປົກກະຕິແລ້ວຈະມີຄົນໃນຄອບຄົວໄປເຝົ້າຢູ່ໂຮງຮຽນນຳ ແຕ່ໃນອາທິດທີ່ເກີດເຫດຄົນໃນຄອບຄົວບໍ່ໄດ້ໄປເຝົ້າ ເລີຍເຮັດໃຫ້ເກີດເຫດການດັ່ງກ່າວຂື້ນ

ປົດຈຸບັນ ລາຍງານລະບຸວ່າເດັກນ້ອຍບໍ່ໄດ້ຖືກຕັ້ງຂໍ້ຫາ ແຕ່ຜູ້ປົກຄອງຈະຖືກຕັ້ງຂໍ້ຫາເນື່ອງຈາກວ່າປ່ອຍໃຫ້ເດັກພົກພາປືນ.

ແຫຼ່ງຂ່າວ The New York Time

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...