spot_img
Homeຂ່າວຕ່າງປະເທດຜູ້ນຳເບລາລຸດຊີສັ່ງເຄື່ອນກຳລັງທະຫານສະໜັບສະໜູນຣັດເຊຍ

ຜູ້ນຳເບລາລຸດຊີສັ່ງເຄື່ອນກຳລັງທະຫານສະໜັບສະໜູນຣັດເຊຍ

Published on

ສຳນັກຂ່າວ ABC Australia News ໄດ້ລາຍງານວ່າ: ໃນວັນທີ 10 ຕຸລາ 2022 ປະທານາທິບໍດີອາເລັກຊານເດີ ລູຄາເຊນໂກຂອງເບລາລຸດຊີ ປະກາດວ່າ ທາງເບລາລຸດຊີກຽມເຄື່ອນກຳລັງທະຫານສົບທົບ ແລະ ສະໜັບສະໜູນກອງທັບຣັດເຊຍບໍລິເວນພື້ນທີ່ຝັ່ງຕິດຊາຍແດນຢູເຄຣນ ພ້ອມປະກາດເຕືອນວ່າ ກອງທັບເບລາລຸດຊີພ້ອມຕອບໂຕ້ສິ່ງທີ່ຈະເປັນໄພຄຸກຄາມຕໍ່ປະເທດ.

ໂດຍຄຳສັ່ງກຽມຮວມກຳລັງທະຫານສົມທົບກັບຣັດເຊຍ ມີຂຶ້ນພາຍຫຼັງຈາກທີ່ສະຄານເຄຣິຊ ສະພານຫຼັກທີ່ເຊື່ອມຕໍ່ໄຄຣເມຍກັບຣັດເຊຍ ເກີດເຫດລະເບີດໃນວັນທີ 8 ຕຸລາ ທີ່່ຜ່ານມາ ເປັນເຫດການທີ່ເຮັດໃຫ້ຄົນເສຍຊີວິດ 3 ຄົນ ແລະ ໂຄງສ້າງຂອງຂົວບາງສ່ວນໄດ້ຮັບຄວາມເສຍຫາຍ ກ່ອນທີ່ຈະເກີດເຫດໂຈມຕີກຸງເຄຍຟ ເມືອງຫຼວງຂອງຢູເຄຣນຢ່າງໜັກ ເປັນຄັ້ງທຳອິດໃນຮອບຫຼາຍເດືອນ ເຊິ່ງຫຼາຍຝ່າຍຄາດດວ່າເປັນການຕອບໂຕ້ຈາກຝັ່ງຣັດເຊຍ.

ການປະກາດດັ່ງກ່າວຂອງຜູ້ນຳເບລາລຸດຊີ ສະທ້ອນໃຫ້ເຫັນວ່າຄວາມຂັດແຍ່ງກັນລະຫວ່າງຢູເຄຣນ ແລະ ຣັດເຊຍ ຢູ່ໃນຂັ້ນໜັກໜ່ວງ ພາຍຫຼັງທີ່ໄດ້ມີການສູ້ຮົບກັນມາດົນກວ່າ 7 ເດືອນ ໂດຍຄາດການວ່າກຳລັງທະຫານກອງທັບເບລາລຸດຊີ ແລະ ຣັດເຊຍຈະໄດ້ຮວມໂຕກັນບໍລິເວນເຂດເບລາລຸດຊີ ທີ່ຕິດກັບຊາຍແດນຢູເຄຣນ ເຊິ່ງຢູ່ບໍ່ໄກຈາກກຸງເຄຍຟ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...